Homeຂ່າວພາຍ​ໃນສະຫະລັດ-ລາວຫາລືດ້ານການຄ້າ ແລະ ການລົງທຶນ

ສະຫະລັດ-ລາວຫາລືດ້ານການຄ້າ ແລະ ການລົງທຶນ

Published on

ສຳນັກຂ່າວປະເທດລາວ ລາຍງານເມື່ອວັນທີ 23 ມີນາ 2017ວ່າ ຄະນະຜູ້ແທນລະດັບສູງຈາກຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ນໍາໂດຍ ທ່ານ ນາງ ບາບາຣາ ໄວໂຊລ, ຜູ້ຊ່ວຍຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ພ້ອມດ້ວຍ ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວໄດ້ປຶກສາຫາລື ກັບ ທ່ານ ສົມຈິດ ອິນທະມິດ,​ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນວັນທີ 22 ມີນາ 2017 ເພື່ອປຶກສາຫາລື ກ່ຽວກັບ ສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ. ກອງປະຊຸມປຶກສາຫາລື ໃນຄັ້ງນີ້ ຖືເປັນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ ສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນ ສະບັບໃຫມ່ ທີ່ລັດຖະບານ ສປປ ລາວ ແລະ ລັດຖະບານ ສະຫະລັດ ອາເມລິກາ ໄດ້ລົງນາມໃນປີ 2016. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ຕໍ່ອົງ ການການຄ້າໂລກ ແລະ ການເສີມຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ – ສະຫະລັດ ອາເມລິກາ.

ສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນ ເປັນເຄື່ອງມືໜຶ່ງໃນການເສີມຂະຫຍາຍສາຍພົວພັນທາງດ້ານການຄ້າ ແລະ ການລົງທຶນ ສະຫະລັດ ອາເມລິກາ – ສປປ ລາວ ໂດຍການສ້າງເວທີປຶກສາຫາລື ສໍາຫລັບ ສອງ ປະເທດ ເພື່ອມີສ່ວນຮ່ວມໃນຂອບການຄ້າ ແລະ ການລົງທຶນ ຂອງສອງຝ່າຍ. ພ້ອມນັ້ນ, ສັນຍາດັ່ງກ່າວ ຍັງໄດ້ອໍານວຍຄວາມສະດວກໃຫ້ແກ່ການປະສານງານ ໃນຂອບຫຼາຍຝ່າຍ ແລະ ພາກພື້ນ, ລວມເຖິງ ຂອບອາຊຽນ ອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...