Homeຂ່າວພາຍ​ໃນຄະນະບໍລິຫານງານສູນກາງພັກ ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານໄກສອນ ພົມວິຫານ

Published on

ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ  (22 ມີນາ 1955- 22 ມີນາ 2017) ໃນຕອນເຊົ້າຂອງວັນດຽວກັນ ວັນທີ 22 ມີນາ 2017 ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານສູນ​ກາງ​ພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່​ອານຸສອນ​ສະຖານ ​ປະທານ​ໄກສອນ ພົມວິຫານ ເນື່ອງໃນໂອກາດຄົບຮອບ 62 ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ( 22 ມີນາ 1955 -22 ມີນາ 2017).

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງທ່ານຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ເສຍສະຫລະເລືອດເນື້ອ ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດ ຈົນສາມາດກອບກູ້ເອົາຜືນແຜ່ນດິນ ອັນແສນເຄົາລົບຮັກ ມາສູ່ປະຊົນລາວບັນດາເຜົ່າ ​ແລະ ສະຖາ​ປານາ​ ເປັນ​ປະ​ເທດ​ສາທາລະນະລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຈົນ​ເຖິງ​ປັດຈຸບັນ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...