Homeຂ່າວພາຍ​ໃນເຈົ້າແຂວງ ຈຳປາສັກ ອອກໜັງສື "ຄຳສັ່ງ" ຍຸບເລີກປ້ອມ, ດ່ານ ແລະ ຈຸດກວດກາຂອງສາຍກວດຕ່າງໆ

ເຈົ້າແຂວງ ຈຳປາສັກ ອອກໜັງສື “ຄຳສັ່ງ” ຍຸບເລີກປ້ອມ, ດ່ານ ແລະ ຈຸດກວດກາຂອງສາຍກວດຕ່າງໆ

Published on

ຄຳສັ່ງຍຸບເລີກ ປ້ອມ, ດ່ານ ແລະ ຈຸດກວດກາຂອງສາຍກວດຕ່າງໆ ຂອງເຈົ້າໜ້າທີ່ຕ່ຳຫຼດ ຕາມເສັ້ນທາງ ພາຍໃນແຂວງຈຳປາສັກ

ແຂວງຈຳປາສັກ
ເລກທີ 03/ຈຂ.ຈສ, ລົງວັນທີ 20 ມີນາ 2017
ຄຳສັ່ງຂອງທ່ານເຈົ້າແຂວງ ແຂວງຈຳປາສັກ
ເຖິງ: ທ່ານຫົວໜ້າພະແນກການ, ກົມກອງ ແລະ ທ່ານເຈົ້າເມືອງ 10​ ຕົວເມືອງ ທົ່ວແຂວງຈຳປາສັກ
ເລື່ອງ: ການຍຸບເລີກປ້ອມ, ດ່ານ, ຈຸດກວດກາຂອງສາຍກວດຕ່າງໆ ລວມທັງປ້ອມກວດກາ ຂອງເຈົ້າໜ້າທີ່ຕຳຫຼວດ ຢູ່ແຕ່ລະເມືອງ ແລະ ຕາມເສັ້ນທາງຕ່າງໆ ໃນທົ່ວແຂວງຈຳປາສັກ.
– ອີງຕາມກົດໝາຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015.
– ອີງຕາມ ຜົນຂອງກງປະຊຸມ ຂອງຄະນະປະຈຳພັກແຂວງ ສະໄໝສາມັນປະຈຳເດືອນ ກຸມພາ 2017
ເຈົ້າແຂວງ ແຂວງຈຳປາສັກ ອອກຄຳສັ່ງດັ່ງນີ້:
1. ໃຫ້ຍຸບເລກປ້ອມ, ດ່ານ, ຈຸດກວດກາຕ່າງໆ ທີ່ແຂວງບໍ່ໄດ້ກຳນົດ ຢ່າງເປັນທາງການຕາມສາຍທາງເລກທີ 13 ແລະ ທາງຫຼວງຕ່າງໆ ທົ່ວແຂວງ ຈຳປາສັກ.
2. ກຳນົດຈຸດກວດກາ ຂອງເຈົ້າໜ້າທີ່ມີດັ່ງນີ້:
2.1: ຈຸດກວດກາຂອງເຈົ້າໜ້າທີ່ປ້ອງກັນ ຄວາມສະຫງົບແຂວງ ປະກອບມີ 3 ຈຸດ ຄື: 1. ຈຸດບ້ານນາດ່ານຫຼັກ 44 ເມືອງຊະນະສົມບູນ (ເສັ້ນທາງ 13 ເໜືອ), 2. ຈຸດຫຼັກ 84 ເມືອງໂຂງ (ເສັ້ນທາງເລກທີ 13 ໃຕ້), ແລະ 3. ຈຸດບ້ານແກ້ງເກັຍ ຫຼັກ 50 ເມືອງບາຈຽງຈະເລີນສຸກ (ທາງເລກທີ 20)
– ໃຫ້ປະຕິບັດຕາມໜ້າວຽກວິຊາສະເພາະຂອງວຽກງານ ປກສ ເທົ່ານັ້ນ
2.2: ຈຸດປະສານຂອງກອງກວດກາພາສີ ປະຈຳແຂວງ ມີ 3​ຈຸດ ຄື: 1. ຈຸດປະສານງານ ຫຼັກ 30 (ປາກເຊ-ວັງເຕົ່າ ເສັ້ນທາງ ເລກທີ 16), 2. ຈຸດປະສານງານຫຼັກ 7 ສາຍເໜືອ (ເສັ້ນທາງ 13 ເໜືອ). 3. ຈຸດ ປະສານງານ ຫຼັກ 13 (ທາງເລກທີ 16 ປາກຊ່ອງ)
– ເຮັດໜ້າທີ່ກວດກາສະກັດກັ້ນ ການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ໂດຍອີງຕາມແຫຼ່ງຂ່າວ, ຂໍ້ມູນ ແລະ ເປົ້າໝາຍ ທີ່ມີການສົງໄສ.

3. ໃຫ້ພະແນກການ, ກົມກອງ ແລະ ບັນດາເມືອງ ໃນທົ່ວແຂວງ ຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ, ພ້ອມກວດກາການປະຕິບັດໜ້າທີ່ຂອງພະນັກງານ, ເຈົ້າໜ້າທີ່ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ

 4. ມອບໃຫ້ພະແນກກວດກາລັດແຂວງ ເປັນເຈົ້າການ ໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ຂອງພາກສ່ວນຕ່າງໆ, ຖ້າພົບເຫັນການກະທຳຜິດ ຄຳສັ່ງສະບັບນີ້ ໃຫ້ປະຕິບັດລະບຽບກົດໝາຍ ທີ່ກຳນົດໄວ້ ຢ່າງເຄັ່ງຄັດ ແລະ ເດັດຂາດ.
5. ບັນດາອົງການຈັດຕັ້ງພາກລັດ, ບັນດາຫົວໜ່ວຍທຸລະກິດ, ປະຊາຊົນ ຖ້າຫາກພົບເຫັນ ຫຼື ມີຂໍ້ມູນເຄື່ອນໄຫວ ທີ່ບໍ່ຖືກຕ້ອງ ຂອງພະນັກງານ ແລະ ເຈົ້າໜ້າທີ່, ທ່ານສາມາດແຈ້ງຫາຫ້ອງວ່າການປົກຄອງແຂວງ, ພະແນກກວດກາແຂວງ ເພື່ອເປັນຂໍ້ມູນໃນການຕິດຕາມກວດກາ ແລະ ປະຕິບັດວິໄນ ຕໍ່ຜູ່ກະທຳຜິດ.
6. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ເຈົ້າແຂວງ
ດຣ. ບຸນຖອງ ດິວິໄຊ
ແຫຼ່ງຂໍ້ມູນຈາກ: www.tholakhong.com
ຮູບປະກອບຈາກ: ອິນເຕີເນັດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...