Homeຂ່າວພາຍ​ໃນສະຫະລັດອາເມລິກາ ສະໜັບສະໜຸນກິລາບານບ້ວງລໍ້ເລື່ອນຄົນພິການໃນ ສປປ ລາວ

ສະຫະລັດອາເມລິກາ ສະໜັບສະໜຸນກິລາບານບ້ວງລໍ້ເລື່ອນຄົນພິການໃນ ສປປ ລາວ

Published on

ເມື່ອວັນທີ 21 ມີນາ 2017 ສຳນັກຂ່າວສານປະເທດລາວລາຍງານວ່າ ໃນວັນທີ 18 ມີນາ 2017 ທີ່ຜ່ານມາ ທ່ານ ນ. ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວໄດ້ເຂົ້າຮ່ວມງານການແຂ່ງຂັນກິລາບານບ້ວງລໍ້ເລື່ອນ. ງານການແຂ່ງຂັນໃນຄັ້ງນີ້ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນອາເມລິກາ (USAID).

ທ່ານ ນ. ຣີນາ ບິດເຕີ ກ່າວວ່າ: ລັດຖະບານສະຫະລັດອາເມລິກາໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜຸນການເຊື່ອມສານວຽກງານຄົນພິການຢູ່ໃນສັງຄົມ ໂດຍການຫຼຸດຜ່ອນບັນດາອຸປະສັກຕ່າງໆ ແລະ ໃຫ້ການຊ່ວຍເຫຼືອໃນການປັບປຸງຄຸນນະພາບຊີວິດຂອງເຂົາເຈົ້າ.

ການແຂ່ງຂັນກິລາບານບ້ວງລໍ້ເລື່ອນໄດ້ຖືກຈັດຂຶ້ນຢູ່ທີ່ເດີ່ນກິລາໂຮງຮຽນນານາຊາດວຽງຈັນ ເຊຶ່ງເປັນຄັ້ງທຳອິດທີ່ ທີມນັກກິລາບານບ້ວງລໍ້ເລື່ອນຈາກ ແຂວງຈຳປາສັກ, ຫຼວງພະບາງ, ສະຫວັນນະເຂດ ແລະ ຊຽງຂວາງ ພ້ອມທັງ ທີມນັກກິລາຈາກນະຄອນຫຼວງວຽງຈັນ ເຂົ້າຮ່ວມເພື່ອແຂ່ງຂັນກັນ. ການແຂ່ງຂັນນີ້ແມ່ນສ່ວນໜຶ່ງຂອງ “ໂຄງການສົ່ງເສີມຄວາມຮັບຮູ້ກ່ຽວກັບກິລາຄົນພິການໂດຍການສ້າງຄວາມເຂັ້ມແຂງໃຫ້ທີມກິລາບານບ້ວງລໍ້ເລື່ອນຢູ່ບັນດາແຂວງຕ່າງໆ”, ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຄົນພິການ, ໃຫ້ເຂົາເຈົ້າດຳລົງຊີວີດຢ່າງເຕັມເມັດເຕັມໜ່ວຍ ແລະ ມີສ່ວນຮ່ວມຢູ່ໃນສັງຄົມຢ່າງຫ້າວຫັນ.

ອົງການພັດທະນາສາກົນອາເມລິກາ (USAID) ໄດ້ມອບທຶນຊ່ວຍເຫຼືອຈໍານວນ 5 ລ້ານໂດລາສະຫະລັດໃຫ້ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ໂຄງການ TEAM ໃນເດືອນ ກັນຍາ ປີ 2014. ໂດຍໂຄງການໄດ້ມອບທຶນຍ່ອຍໃຫ້ແກ່ບັນດາ ອົງການຈັດຕັ້ງທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຫວັງຜົນກຳໄລເພື່ອປະຕິບັດວຽກງານໃນ 4 ຂອບເຂດ ຄື: ຝຶກອົບຮົມດ້ານວິຊາການໃຫ້ແພດປິ່ນປົວຟື້ນຟູ, ເພີ່ມການເຂົ້າເຖິງ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ຄົນພິການ ແລະ ຄອບຄົວຂອງເຂົາເຈົ້າ, ຈັດສົ່ງເຕັກໂນໂລຊີທີ່ເປັນອຸປະກອນຊ່ວຍໃຫ້ແກ່ຄົນພິການ ແລະ ປັບປຸງວຽກງານການບໍລິການປິ່ນປົວທາງການແພດ ແລະ ການບໍລິການຟື້ນຟູໜ້າທີ່ການ. ເປົ້າໝາຍຂອງ ໂຄງການແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ຄົນພິການ, ໂດຍສະເພາະແມ່ຍິງ ແລະ ເດັກຍິງ ໄດ້ມີອິດສະລະພາບ ແລະ ປະສົບຜົນສຳເລັດຢ່າງໃຫຍ່ຫລວງໃນການມີສ່ວນຮ່ວມທຸກຮູບແບບຂອງການດຳລົງຊີວິດຢ່າງເຕັມເມັດເຕັມໜ່ວຍ ແລະ ເທົ່າທຽມກັນ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...