Homeຂ່າວຕ່າງປະເທດອະດີດປະທານາທິບໍດີເກົາຫຼີໃຕ້ ເຂົ້າໃຫ້ປາກຄຳກັບໄອຍະການ

ອະດີດປະທານາທິບໍດີເກົາຫຼີໃຕ້ ເຂົ້າໃຫ້ປາກຄຳກັບໄອຍະການ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ມີນາ 2017 ວ່າ ທ່ານ ນາງ ປາກກຶນເຮ  ອະດີດປະທານາທິບໍດີເກົາຫຼີໃຕ້ ໄດ້ເຂົ້າໃຫ້ປາກຄຳກັບໄອຍະການ, ເຊິ່ງຜູ້ທີ່ສະໜັບສະໜູນ ທ່ານ ນາງ ປາກກຶນເຮ ຕ່າງພາກັນມາຮວມຕົວຢູ່ໜ້າເຮືອນຂອງລາວໃນກຸງໂຊນ, ຂະນະທີ່ ປາກກຶນເຮ ຖືກເຈົ້າໜ້າທີ່ຕຳຫຼວດ ພາຕົວໄປສຳນັກງານໄອຍະການ

ເຖິງແມ່ນຖືກຂໍ້ກ່າວຫາມາຫຼາຍເດືອນ ແຕ່ປາກກຶນເຮ ຫາກໍຖືກນຳຕົວເຂົ້າສູ່ ຂະບວນການສອບສວນ ຫຼັງສູນເສຍເອກະສິດຄຸ້ມກັນ ເພາະຖືກປົດອອກຈາກຕຳແໜ່ງປະທານາທິບໍດີ ເຊິ່ງ ທ່ານ ນາງ ປາກກຶນເຮ ໄດ້ຂໍໂທດຕໍ່ສາທາລະນະ ແລະຢືນຢັນວ່າຈະໃຫ້ຄວາມຮ່ວມມມື ກັບຂະບວນການສອບສວນ

ທ່ານ ນາງປາກກຶນເຮ ເຊິ່ງເປັນປະທານາທິບໍດີ ທີ່ມາຈາກການເລືອກຕັ້ງຄົນທຳອິດຂອງເກົາຫຼີໃຕ້ ທີ່ຖືກຖອດຖອນອອກຈາກຕຳແໜ່ງ ມີຄວາມສ່ຽງທີ່ຈະຖືກຕັ້ງຂໍ້ຫາວ່າ ເຮັດຜິດທາງອາຍາ, ເນື່ອງຈາກຍອມໃຫ້ນາງ ຊະເວ ຊຸນຊິລ ຫາປະໂຫຍດຈາກຄວາມໃກ້ຊິດ ດ້ວຍການບີບໃຫ້ບໍລິສັດຊັ້ນຕຳຕ່າງໆ ບໍລິຈາກເງິນໃຫ້ກັບມູນນິທິ ທີ່ລາວບໍລິຫານ ເພື່ອແລກຜົນປະໂຫຍດທາງການເມືອງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...