Home​ຂ່າວທ່ອງທ່ຽວນໍ້າຕົກຕາດເຊກະຕາມຕົກ ຄວາມງົດງາມທີ່ທຳມະຊາດສ້າງ

ນໍ້າຕົກຕາດເຊກະຕາມຕົກ ຄວາມງົດງາມທີ່ທຳມະຊາດສ້າງ

Published on

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ເຮົາໜີຮ້ອນໄປເພິ່ງເຢັນກັນດີກວ່າ ຫາກໃຜມີແຜນລົງໄປທາງພາກໃຕ້ບໍ່ວ່າຈະໄປທ່ຽວ ຫຼື ໄປທຸລະທາງລັດຖະການ ຫຼື ທຸລະສ່ວນຕົວກໍ່ຕາມ ຫາກໄດ້ກາຍມາທາງເມືອງ ປາກຊ່ອງ ກໍ່ຢ່າລືມມາແວ່ຫຼິ້ນນ້ຳຕົກເຢັນໆ ຢ່າງນ້ຳຕົກຕາດເຊກະຕາມຕົກ ກັນກ່ອນ ຮັບຮອງວ່າທ່ານຈະສົດຊື່ນທັງກາຍໃຈໄດ້ແນ່ນອນ

ນໍ້າຕົກຕາດເຊກະຕາມຕົກ ຕັ້ງຢູ່ທາງທິດຕາເວັນອອກຂອງພູພຽງບໍລິເວນ ຫ່າງຈາກຕົວເມືອງປາກຊ່ອງ ປະມານ 44 ກິໂລແມັດ ( ໄປທາງຕັດໃຫມ່ ໄປອັດຕະປື ກາຍສວນອາງຸ່ນລາວທະນາຖອນໄປ ປະມານ 3-4 ກິໂລແມັດ, ຖ້າມາແຕ່ປາກຊ່ອງຈະຢູ່ເບື້ອງຂວາມື) ເກີດຈາກຫ້ວຍກະຕາມ ທີ່ຕົກລົງສູ່ພືນປ່າເບື້ອງລຸ່ມ ປະມານ 100 ແມັດ ເປັນນໍ້າຕົກຕາດຂະຫນາດໃຫຍ່ ມີນໍ້າຕະຫລອດປີ.

ໂດຍສະເພາະໃນລະຫວ່າງເດືອນທັນວາ ຫາ ເດືອຍມັງກອນ ຈະມີດອກທຽນປ່າບານ ໃນບໍລິເວນລຸ່ມນໍ້າຕົກ ເຊິ່ງສາມາດແນມໄດ້ເຫັນແຕ່ໄກຈາກຈຸດຊົມວິວສາມາດພາກັນມາທ່ຽວຊົມໄດ້ ເວົ້າແລ້ວກໍ່ຄົງຈະຢາກເຫັນພາບກັນແລ້ວແມ່ນບໍ່ ແອັດມິນມີມາຝາກ ເຮົາມາເບິ່ງນຳກັນເລີຍ

 

 

ຮູບພາບ ແລະ ຂໍ້ມູນຈາກເຟສບຸ໊ກ: The Journey Alone

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...