spot_img
Homeນານາສາລະ7 ວິທີ ທີ່ເສດຖີໃຊ້ປະຢັດເງິນ ມີທ້ອນ ມີກິນ ມີໃຊ້ໄດ້ຕະຫຼອດຊີວິດ

7 ວິທີ ທີ່ເສດຖີໃຊ້ປະຢັດເງິນ ມີທ້ອນ ມີກິນ ມີໃຊ້ໄດ້ຕະຫຼອດຊີວິດ

Published on

ເຄັດລັບວິທີປະຢັດເງິນງ່າຍໆ ສູດເສດຖີ ເຫຼືອທ້ອນພຽບ ແຖມຍັງໃຊ້ຊີວິດໄດ້ຢ່າງມີຄວາມສຸກໂດຍບໍ່ອົດຢາກປາກແຫ້ງ ເຖິງແມ່ນວ່າເງິນເດືອນບໍ່ຫຼາຍ ແຕ່ກໍສາມາດເປັນເສດຖີໄດ້. ເຮົາມາເບິ່ງບັນດາວິທີນັ້ນພ້ອມກັນດັ່ງນີ້:

  1. ແປງເອງຟຣີ ບໍ່ມີຄ່າໃຊ້ຈ່າຍ

ບໍ່ເສຍເງິນເຄື່ອງໃຊ້ໄຟຟ້າ ເຟີນິເຈີ ຂອງໃຊ້ເພພັງເສຍຫາຍ ລອງເບິ່ງກ່ອນແມ໋ະ ວ່າສາມາດສ້ອມແປງໄດ້ດ້ວຍໂຕເອງຫຼືບໍ່ ກ່ອນຈະຈ້າງຊ່າງ. ສະໄໝນີ້ອິນເຕີເນັດມີຄວາມຮູ້ຫຼວງຫຼາຍທີ່ຈະຊ່ວຍເຮົາແກ້ບັນຫາໄດ້ (ຊອກຫາໂລດ ບໍ່ຮູ້ອັງກິດແລະຊອກເປັນພາສາໄທ) ຫຼືຖ້າແປງເອງບໍ່ໄດ້ແທ້ໆ ກໍລອງຈ້າງຊ່າງມາແປງໃຫ້ ແລ້ວພະຍາຍາມຮຽນຮູ້ຈາກເຂົາ ເພື່ອວ່າເທື່ອໜ້າຖ້າເຄື່ອງເຫຼົ່ານັ້ນເພອີກ ເຮົາກໍຫນ້າຈະແປງເອງໄດ້ ໂດຍບໍ່ຕ້ອງເສຍເງິນໃຫ້ຊ່າງເປັນປະຈຳ.

  1. ກ່ອນຊື້ຫຍັງ ໃຈເຢັນກ່ອນ

ທຸກຄົນຄົງເຄີຍເປັນ ເຫັນເກີບຄູ່ນີ້ ມັນງາມແທ້ໆ ຂະໜາດກໍພໍດີ ແຕ່ລາຄາສູງຢູ່ ບໍ່ມີຫຼຸດ ບໍ່ມີແຖມໃດໆ ຢາກໃຫ້ທຸກຢ່າງໃຈເຢັນໆ ວາງເກີບຄູ່ນັ້ນລົງ ແລ້ວລອງຄິດໃຫ້ຖີ່ຖ້ວນຈັກ 2-3 ຊົ່ວໂມງ ລອງເລາະໃຫ້ທົ່ວຕະຫຼາດກ່ອນ ວ່າມີຄູ່ອື່ນທີ່ດີກວ່ານັ້ນຫຼືບໍ່ ຫຼືເອົາໄປຄິດຈັກຄືນໜຶ່ງ ວ່າຈະໄດ້ໃສ່ເລື້ອຍໆ ບໍ? ກຸ້ມຄ່າບໍ? ແມ່ນກັບເຮົາຫຼືພຽງຊົ່ວວູບ? ຢ່າໃຫ້ຄວາມຢາກມາຄອບງວຳເກີນເງິນໃນຖົງເດັດຂາດ.

  1. ຫາຂໍ້ມູນກ່ອນຊື້

ຊື້ແພງເທື່ອດຽວຈົບ ດີກວ່າຊື້ຂອງຖືກແຕ່ຕ້ອງຊື້ເລື້ອຍໆ ສຶກສາໃຫ້ຮູ້ຈັກກັບສິນຄ້ານັ້ນໆ ກ່ອນຊື້ໃຫ້ດີ ຖືກແລ້ວດີບໍ່ມີດອກ ຈ່າຍເທື່ອດຽວໃຫ້ມັນຈົບແລ້ວໃຊ້ໄດ້ດົນນານສົມກັບໄລຍະເວລາຂອງການໃຊ້ງານຂອງມັນ ຢ່າຟ້າວໄປຫວັ່ນໄຫວກັບປ້າຍ Sale ຫຼືກະແສນິຍົມ ເພາະສິ່ງນີ້ແຫຼະເຮົາຈຶ່ງບໍ່ມີເງິນທ້ອນກັບເທື່ອ.

  1. ຫ້າມຄຳຖາມທີ່ຕ້ອງຕອອບກ່ອນຊື້

ຕ້ອງການຫຼືຈຳເປັນ? ຈຳເປັນຫຼາຍປານໃດ? ນຶກພາບຕອນໂຕເອງໄດ້ສິນຄ້າສິ່ງນັ້ນມາແລ້ວຕິ? ແລ້ວເຮົາຈະໄດ້ໃຊ້ເລື້ອຍປານໃດ? ທຽບລາຄາທີ່ອື່ນເບິ່ງຕິ? ພະຍາຍາມຖາມໂຕເອງຊ້ຳໆ ກ່ອນຈະຕັດສິນໃຈຊື້ຫຍັງ ຖ້າເກີດລັງເລແມ່ນແຕ່ໜ້ອຍດຽວ ຂໍໃຫ້ຖືວ່າບໍ່ຈຳເປັນໄດ້ເລີຍ ແລ້ວລອງຫາຊື້ແນວອື່ນຫຼືແບບອື່ນທີ່ແມ່ນກວ່າຫຼືດີກວ່າ ຫຼືຕັດສິນໃຈບໍ່ຊື້ຍິ່ງດີ.

  1. ຢ່າຫຼົງລື່ນເລີງກັບຄືນວັນສຸກ (Thank God It’s Friday = ຈົນລົງ ຈົນລົງ)

ຄືນວັນສຸກ ວັນເງິນເດືອນອອກ ຕ້ອງສະຫຼອງ! ໄປເທື່ອໜຶ່ງກໍໝົດຫຼາຍແສນ ໃຈເຮົາອາດຈະຄິດວ່າດົນໆ ເທື່ອໜຶ່ງ ເດືອນລະເທື່ອສອງເທື່ອເທົ່ານັ້ນ ແຕ່ຍິ່ງສະສົມເຂົ້າ ສະສົມເຂົ້າ ເປັນຫຍັງກະເປົາແວບບໍ່ຮູ້ໂຕ ເສຍທັງເງິນທັງສຸຂະພາບ ບໍ່ກຸ້ມຄ່າເລີຍແມ່ນບໍ່ ລອງໃຈແຂງປະຕິເສດໝູ່ເບິ່ງ ຫຼືບໍ່ກໍສະເໜີທາງເລືອກອື່ນ ເກັບທ້ອນເງິນຈັກກ້ອນ ແລ້ວຫາມື້ວ່າງໆ ໄປທ່ຽວໄກໆ ເປີດປະສົບການໃໝ່ໆ ໜ້າສົນໃຈກວ່າຫຼາຍເຕີບ. ໃນວັນພັກລອງຊວນກັນໄປຫາເງິນ ຫຼືໄປເຮັດປະໂຫຍດອື່ນໆ ແທນການຊັກຊວນກັນໄປດື່ມເຫຼົ້າຈະດີທີ່ສຸດ.

  1. ເຮັດກິນເອງຈັ່ງໃດກໍຖືກແລະປອດໄພກວ່າ

ໄດ້ກິນຂອງທີ່ໂຕເອງມັກທຸກມື້ ໃນລາຄາທີ່ຖືກສຸດໆ ລົງມືລົງແຮງຈັກໜ້ອຍໜຶ່ງ ແຕ່ດີກວ່າຊື້ອາຫານສຳເລັດຮູບຢ່າງແນ່ນອນ ຖ້າໃຜບໍ່ເຄີຍແຕ່ງກັນຫຼືເຮັດບໍ່ເປັນ ກໍສາມາດຊອກຮູ້ໄດ້ຕາມອິນເຕີເນັດ ຫຼືສອບຖາມຄົນໃກ້ຄຽງ ຮ່ວມແຕ່ງກິນກັບຄົນທີ່ເຮັດເປັນຈະໄດ້ຮຽນຮູ້ໄປເລີຍ ຖ້າເຮັດກິນແຊບໆ ກໍຈະເປັນຄົນມີສະເໜ່ນຳອີກ ຫຼືຖ້າເຮັດດີໆ ອາດຈະສາມາດເອົາໄປຂາຍໃຫ້ຄົນຢູ່ຫ້ອງການດຽວກັນໄດ້ຊື້ກິນນຳອີກ ແລະທີ່ສຳຄັນອາຫານທີ່ເຮົາແຕ່ງເອງຈະສະອາດປອດໄພກວ່າ.

  1. ບໍ່ມີ ບໍ່ຢາກ ຄືຄວາມສຸກ

ຂໍ້ນີ້ສຳຄັນທີ່ສຸດແລະຍາກທີ່ສຸດ ຍິ່ງບໍ່ຢາກໄດ້ ຍິ່ງມີຄວາມສຸກ ພໍໃຈໃນສິ່ງທີ່ຕົນເອງມີ ບໍ່ຫຼົງໄປກັບກະແສນິຍົມທີ່ຄົນອື່ນສ້າງໃຫ້ເຮົາເຮັດນຳ ບາງຄົນມີລົດຫຼູຄັນງາມ ແຕ່ດາວໄປດາວມາຈົນຖືກຢຶດ ເຂົາເອີ້ນວ່າໃຊ້ເງິນຈົນເກິນໂຕ ບໍ່ຮູ້ຈັກກຳລັງຊັບຂອງໂຕເອງ ຢ່າໄປອິດສາຄົນອື່ນທີ່ເຂົາລວຍກວ່າ ເພາະກ່ອນເຂົາຈະລວຍ ເຂົາກໍໃຊ້ວິທີປະຢັດນີ້ມາກ່ອນທັງນັ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...