Homeຂ່າວເຫດການລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມປະເທດບຣູໄນ

ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມປະເທດບຣູໄນ

Published on

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ດຳເນີນການຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນວັນທີ 14-16​ ມີນາ 2017 ເພື່ອຕອບຕອບສະໜອງ ຕາມການເຊີນຂອງ ທ່ານ ເປຮິນ ດາໂຕະ ລິມໂຈກ ເຊັງ ລັດຖະມົນຕີປະຈຳສຳນັກງານນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງບຣູໄນ ດາ ຣູຊາລາມ ແລະເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີ ລະຫວ່າງ ລາວ-ບຣູໄນ

ໃນຕອນເຊົ້າຂອງວັນທີ 16 ມີນາ 2017ຜ່ານມານີ້, ລັດຖະມົນຕີກະຊວງການຕ່າງປະເທດ ລາວ -ບຣູໄນ ໄດ້ພົບປະສອງຝ່າຍ ທີ່ກະຊວງການຕ່າງປະເທດ ແລະ ການຄ້າບຣູໄນ. ໃນການພົບປະຄັ້ງນີ້, ລັດຖະມົນຕີຂອງລາວ ແລະ ບຣູໄນ ຕ່າງກໍໄດ້ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ເຫັນໄດ້ຈາກການ ແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນຂອງຄະນະຜູ້ ແທນ ໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆຢ່າງເປັນປົກກະຕິໃນໄລຍະຜ່ານມາ.

ໃນໂອກາດດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນດ້ານຕ່າງໆ ໃນໄລຍະຜ່ານມາເຊັ່ນ: ການຊ່ວຍເຫຼືອກໍ່ສ້າງຕຶກອາຄານ ສະຫະພັນແມ່ຍິງລາວ, ສູນຟື້ນຟູຄົນພິການ, ໂຮງຮຽນເດັກກຳພ້າ, ໂຮງຮຽນມັດທະຍົມ, ສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ແລະສະໜາມກິລາ ໃນຮົ່ມຄົບວົງຈອນສີເກີດ ຊຶ່ງລວມມູນຄ່າທັງໝົດ 4.016.250 ໂດລາສະຫະລັດ, ການຊ່ວຍ ເຫຼືອດ້ານການພັດທະນາຊັບ ພະຍາກອນມະນຸດພາຍໃຕ້ ໂຄງການ Brunei – US En- glish Language Enrichment Project for ASEAN ທີ່ໄດ້ເລີ່ມປະຕິບັດມາເປັນເວ ລາ 5 ປີແລ້ວ ແລະ ທ່ານຍັງສະແດງຄວາມຂອບໃຈ ຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2016 ທີ່ ວຽງຈັນ ຂອງສົມເດັດ ຊຸນຕານ ແຫ່ງ ບຣູໄນ ແລະ ໄດ້ປະກອບ ສ່ວນເປັນເງິນຈຳນວນ 300.000 ໂດລາສະຫະລັດ ເພື່ອຊຸກຍູ້ການເປັນປະທານ ອາຊຽນ ຂອງລາວ ແລະ 500.000 ໂດລາສະຫະລັດ ເພື່ອຊຸກຍູ້ກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ໃນປີ 2012.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...