Homeຄລິບ-ວິດີໂອວິດີໂອການທົດສອບອາວຸດນິວເຄຣຍທີ່ເປັນຄວາມລັບກວ່າ 70 ປີ

ວິດີໂອການທົດສອບອາວຸດນິວເຄຣຍທີ່ເປັນຄວາມລັບກວ່າ 70 ປີ

Published on

ໃນລະຫວ່າງປີ 1945 – 1962 ເຊິ່ງເປັນຊ່ວງໄລຍະສົງຄາມໂລກຄັ້ງທີ 2 ແລະ ສົງຄາມເຢັນ ສະຫະລັດອາເມລິກາໄດ້ມີການທົດສອບອາວຸດນິວເຄຣຍກວ່າ 200 ເທື່ອ ເຊິ່ງມີການທົດສອບທັງການລະເບີດເທີງຜິວໂລກ ແລະ ການລະເບີດທີ່ຊັ້ນບັນຍາກາດ ເພືອເຮັດການສຶກສາອານຸພາບຄວາມຮ້າຍແຮງຂອງອາວຸດທີ່ມີພະລັງທຳລາຍລ້າງສູງນີ້ ແລະ ມີການຖ່າຍຄລິບວິດີໂອການທົດລອງອາວຸດນິວເຄຣຍເກັບໄວ້ ທັງໃນຮູບແບບຂອງຟີມຮູບເງົາ, ທັງແບບສີ ແລະ ຂາວດຳ ເກັບເອົາໄວ້ເປັນຈຳນວນຫຼາຍ ເປັນຈຳນວນກວ່າ 10,000 ຊຸດ ເຊິ່ງໄດ້ຖືກເກັບໄວ້ເປັນຢ່າງດີພາຍໃຕ້ການຮັກສາຄວາມປອດໄພຢ່າງໜາແໜ້ນ ໂດຍສະຖານທີ່ຈັດເກັບນັ້ນຢູ່ກະຈາຍທົ່ວສະຫະລັດອາເມລິກາ

ແລະນີ້ຖືວ່າເປັນຄັ້ງທຳອິດ ທີມີການນຳແຜ່ນຟີມຈຳນວນໜຶ່ງທີ່ເຄີຍເປັນຄວາມລັບອັນດຳມືດ ມາສະແກຣນເກັບເປັນໄຟລວິດີໂອ ໂດຍມີຄລິບວິດີໂອຫຼາຍກວ່າ 750 ຄລິບທີ່ທາງການສະຫະລັດບໍ່ຕ້ອງການປິດບັງອີກຕໍ່ໄປ ແລະ ຕ້ອງການເປີດເຜີຍໃຫ້ສາທາລະນະໄດ້ຮັບຮູ້ເຖິງຄວາມຮຸນແຮງຂອງອາວຸດນິວເຄຣຍ ເຊິ່ງມີກວ່າ 60 ຄລິບການທົດລອງທີ່ປ່ອຍລົງຢູທູປ (ລອງເຂົ້າໄປທີ່ຢູທູປແລ້ວຄົ້ນຫາຄຳວ່າ LLNL Atmospheric Nuclear Tests) ແຕ່ມື້ນີ້ແອັດມິນມີ 3 ຄລິບມາຝາກ ຖ້າໃຜຕ້ອງການເບິ່ງຫຼາຍກວ່ານີ້ກໍ່ໄປຊອກຫາເບິ່ງໄດ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...