Homeຂ່າວຕ່າງປະເທດສະຫະປະຊາຊາດ ປະກາດສະຖານະການສຸກເສີນໃນອີຣັກ ຂັ້ນຮ້າຍແຮງທີ່ສຸດ

ສະຫະປະຊາຊາດ ປະກາດສະຖານະການສຸກເສີນໃນອີຣັກ ຂັ້ນຮ້າຍແຮງທີ່ສຸດ

Published on

 

ສະຫະປະຊາຊາດ ປະກາດສະຖານະການສຸກເສີນລະດັບ 3 ເຊິ່ງຖືເປັນລະດັບຂັ້ນຮ້າຍແຮງທີ່ສຸດໃນອີຣັກ ຂະນະທີ່ມີການ

ປະທະກັນໃນຮອບໃໝ່.

 

ສຳຂັກຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫາ 2014 ນີ້ວ່າ ອົງການສະຫະປະຊາຊາດ ປະກາດສະຖານະການສຸກ

ເສີນໃນປະເທດອີຣັກ ຢູ່ໃນຂັ້ນສຸກເສີນລະດັບ 3 ເຊິ່ງເປັນລະດັບຮ້າຍແຮງສູງສຸດ ໂດຍຈະກະຕຸ້ນຄວາມຊ່ວຍເຫຼືອດ້ານ

ສິ່ງຂອງບັນເທົາທຸກ ແລະ ເງິນທຶນເພີ່ມຕື່ມ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ພັດຖິ່ນໃນອີຣັກ.

 

ທ່ານ ນິໂຄເລ ມລາເດນັອບ ທູດພິເສດຂອງສະຫະປະຊາຊາດ ຊີ້ໃຫ້ເຫັນເຖິງຂອບເຂດ ແລະ ຄວາມຊັບຊ້ອນຂອງຫາຍະ

ນະທາງມະນຸດສະທຳໃນອີຣັກຕອນນີ້ ໂດຍຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ບອກອີກວ່າ ພວກເຂົາ

ຈະໃຫ້ການສະໜັບສະໜູນຜູ້ຖືກສະເໜີຊື່ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ເພື່ອຫວັງວ່າເຂົາຈະສາມາດ

ຈັດຕັ້ງລັດຖະບານທີ່ຄວບຄຸມທຸກກຸ່ມ ບໍ່ແບ່ງແຍກພັກຝ່າຍ ເຊິ່ງສາມາດຕອບໂຕ້ໄພຄຸກຄາມຈາກກຸ່ມຕິດອາວຸດ

ທີ່ກຳລັງຖ່ວງດຶງປະເທດອີຣັກ ເຂົ້າສູ່ວິກິດການອັນຮ້າຍແຮງທີ່ສຸດ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...