Homeຂ່າວຕ່າງປະເທດໄວໜຸ່ມອາເມຣິກັນຜິວສີ ກໍ່ເຫດຈະລາຈົນຮຸນແຮງໃນສະຫະລັດ ຕິດຕໍ່ກັນ 4 ຄືນ

ໄວໜຸ່ມອາເມຣິກັນຜິວສີ ກໍ່ເຫດຈະລາຈົນຮຸນແຮງໃນສະຫະລັດ ຕິດຕໍ່ກັນ 4 ຄືນ

Published on

 

ກຸ່ມຜູ້ປະທ້ວງຊາວອາເມຣິກັນຜິວສີ ໃນເມືອງເຟີກູສັນ ລັດມິດຊູຣີ ກໍ່ເຫດຈະລາຈົນຮຸນແຮງຕິດຕໍ່ກັນ 4 ຄືນ

ຍິງປະທະກັນຢ່ງດຸເດືອດກັບຕຳຫຼວດ ຈົນຕ້ອງຍິງແກັສນ້ຳຕາໄລ່ ຫຼັງລວມໂຕກໍ່ຈະລາຈົນ ຍ້ອນຄຽດແຄ້ນທີ່

ຕຳຫຼວດສັງຫານໜຸ່ມຜິວສີ ອາຍຸ 18 ປີ ທັງທີ່ບໍ່ມີອາວຸດໃດໆໃນມື.

 

ເມື່ອວັນທີ 14 ສິງຫາ 2014໌ ທີ່ຜ່ານມາ ສຳຂັກຂ່າວຕ່າງປະເທດລາຍງານ ເຖິງເຫດການຄວາມຮຸນແຮງລະຫວ່າງ

ຊາວອາເມຣິກັນຜິວສີ ທີ່ເປີດສາກກໍ່ເຫດຈະລາຈົນ ແລະ ຍິງປະທະຢ່າງດຸເດືອດກັບເຈົ້າໜ້າທີ່ຕຳຫຼວດເມືອງເຟີ

ກູສັນ ລັດມິດຊູຣີ ປະເທດສະຫະລັດອາເມຣິກາ ເຊິ່ງຍືດເຍື້ອເຂົ້າສູ່ມື້ທີ 4 ຈົນເຮັດໃຫ້ຕຳຫຼວດຕ້ອງຍິງແກັສນ້ຳ

ຕາຫຼາຍລູກ ເພື່ອຂັບໄລ່ບັນດາຜູ້ຊຸມນຸມ ເມື່ອຄຳຄືນວັນພຸດທີ 13 ສິງຫາ 2014 ທີ່ຜ່ານມາ.

 

ສຳລັບສາເຫດທີ່ພາໃຫ້ມີຊາວອາເມຣິກັນຜິວສີ ເຊິ່ງສ່ວນໃຫຍ່ແມ່ນໄວໜຸ່ມ ອອກມາກໍ່ເຫດຈະລາຈົນຮຸນແຮງ

ໃນເມືອງເຟີກູສັນຄັ້ງນີ້ ເນື່ອງຈາກພວກເຂົາຄຽດແຄ້ນ ທີ່ຕຳຫຼວດຍິງສັງຫານ ໄມເຄິ້ນ ບຣາວ ເຊິ່ງເປັນໜຸ່ມຜິວ

ສີ ອາຍຸ 18 ປີ ຢ່າງຫ້ຽມໂຫດ ທັງທີ່ເຂົາບໍ່ມີອາວຸດໃນມື ເມື່ອອາທິດທີ່ຜ່ານມາ, ໃນຂະນະທີ່ຕຳຫຼວດກ່າວອ້າງວ່າ

ທ້າວ ບຣາວ ເຊິ່ງຫາກໍຮຽນຈົບຊັ້ນມັດທະຍົມປາຍ ແລະ ກຳລັງຈະເຂົ້າຮຽນຕໍ່ໃນລະດັບມະຫາວິທະຍາໄລນັ້ນ ໄດ້

ພະຍາຍາມທີ່ຈະເຂົ້າມາຄ້ວາອາວຸດຂອງເຈົ້າໜ້າທີ່ ຈົນເສຍຊີວິດໃນການຕໍ່ສູ້.

 

ເຫດການຄວາມຮຸນແຮງທີ່ເກີດຂຶ້ນກັບຊາວອາເມຣິກັນຜິວສີ ໄດ້ຈຸດຊະນວນໃຫ້ບັນດາຜູ້ປະທ້ວງ ເຊິ່ງສ່ວນ

ໃຫຍ່ແມ່ນເປັນໄວໜຸ່ມຜິວສີ ໄດ້ນັດກັນລວມໂຕຊຸມນຸມກັນທຸກຄືນ ນັບຕັ້ງແຕ່ເກີດການປະເຊີນໜ້າກັບຕຳ

ຫຼວດທີ່ມີອາວຸດຄົບມື ແລະ ຜູ້ປະທ້ວງຖືກຕຳຫຼວດຈັບກຸມໄປແລ້ວຢ່າງໜ້ອຍ 40 ຄົນ ນັບຕັ້ງແຕ່ວັນເສົາທີ

9 ສິງຫາ 2014 ທີ່ຜ່ານມາ.

 

ກ່ອນໜ້ານີ້ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ໄດ້ອອກມາກ່າວເຖິງເຫດຈະລາຈົນຮຸນແຮງໃນ

ເມືອງເຟີກູສັນ ລັດມິດຊູຣີ ໂດຍໄດ້ສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງບຣາວ ພ້ອມກັບຮຽກຮ້ອງໃຫ້

ປະຊາຊົນຢູ່ໃນຄວາມສະຫງົບ ໃນຂະນະທີ່ຜູ້ນຳສະຫະລັດ ກໍໄດ້ສັ່ງການໃຫ້ສຳນັກງານສອບສວນກາງ ຫຼື FBI

ເລັ່ງສືບສວນຄະດີຂອງໄມເຄິ້ນ ບຣາວ ທີ່ຖືກຍິງເສຍຊີວິດເປັນຄະດີພິເສດແລ້ວ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...