Homeຊີວິດແລະຄວາມຮັກ5 ຂໍ້ຄວນຮູ້! ກຽມຕົວກ່ອນເຮັດ "ພຣີເຊັນເທຊັ່ນງານດອງ"

5 ຂໍ້ຄວນຮູ້! ກຽມຕົວກ່ອນເຮັດ “ພຣີເຊັນເທຊັ່ນງານດອງ”

Published on

ຫຼັງຈາກອອກພັນສາມານີ້ກໍ່ເຂົ້າສູ່ລະດູແຫ່ງຄວາມຮັກ ຄູ່ຮັກຫຼາຍຄູ່ຈູງມືກັນເຂົ້າສູ່ປະຕູວິວາຫວານຊື່ນ ສຳລັບຄູ່ທີ່ກຳລັງກຽມຈະມີຂ່າວດີໃນໄວໆນີ້ ແລະ ກຳລັງຄິດຈະເຮັດບົດພຣີເຊັນເທຊັ່ນຄວາມຮັກຂອງທ່ານ ເພື່ອສະສາຍໃນງານແຕ່ງງານ ມື້ນີ້ແອັດມິນ ເລີຍຄຳແນະນຳດີສຳລັບ ຂັ້ນຕອນການເຮັດພຣີເຊັນເທຊັ່ນງານດອງມາໃຫ້ທ່ານໄດ້ສືກສາ.

1. ກຳນົດຮູບແບບພຣີເຊັນເທຊັ່ນງານດອງ
ກ່ອນອື່ນທ່ານຕ້ອງຮູ້ຄວາມຕ້ອງການຂອງຕົວເອງກ່ອນ ວ່າຢາກເຮັດພຣີເຊັນເທຊັ່ນແຕ່ງງານອອກມາໃນຮູບແບບແນວໃດ ເຊັ່ນ:​ ແບບໃຊ້ກະຕູນເລົ່າເລື່ອງ ຖ່າຍແບບ Cinema ຫຼື ຈະເປັນລັກສະນະສຳພາດຄວາມຮູ້ສຶກເປັນຕົ້ນ ສິ່ງເຫຼົ່ານີ້ຈະແຕກຕ່າງກັນໃນເລື່ອງຂອງລາຍລະອຽດ ແລະ ເມື່ອຕົກລົງເລືອກຮູບແບບໄດ້ແລ້ວ ກໍ່ຄວນເພື່ອເວລາສ້າງໄວ້ປະມານຈັກເດືອນໜຶ່ງ ເພື່ອໃຫ້ງານມັນອອກມາດີ

2. ກຳນົດ Storyboard
ເພາະວ່າການເລົ່າເລື່ອງທີ່ດີເປັນສິ່ງຈຳເປັນຂອງການເຮັດພຣີເຊັນເທຊັ່ນ ດັ່ງນັ້ນເຮົາຄວນສ້າງພາບທີ່ຢູ່ໃນຫົວອອກມາຄ້າວໆກ່ອນ ເພື່ອເຮັດໃຫ້ການສ້າງມີຂັ້ນຕອນເປັນລະບົບຫຼາຍຂຶ້ນ ຢ່າງໜ້ອຍທ່ານກໍ່ມີຈຸດຢືນໃຫ້ຮູ້ວ່າ ສະຖານທີ່ຖ່າຍທຳຈະເລືອກຖ່າຍຢູ່ໃສ, ຖ່າຍຮູບແບບໃດ ແຕ່ລະສາກມີຄວາມສຳພັນກັນ ຫຼື ບໍ່ Storyboard ຈະເປັນຕົວທີ່ຊ່ວຍຈັດການພາບພຣີເຊັນເທຊັ່ນແຕ່ງງານໃຫ້ຊັດເຈນຫຼາຍຂຶ້ນ

3. ກຳນົດເພງໃຫ້ເໝາະສົມ
ເພງຖືເປັນອີກໜຶ່ງອົງປະກອບສຳຄັນທີ່ຊ່ວຍເຮັດໃຫ້ພຣີເຊັນເທຊັ່ນນັ້ນໜ້າສົນໃຈ ເພງທີ່ວາງໃສ່ພຣີເຊັນເທຊັ່ນງານດອງຢ່າງຖືກຈັງຫວະ ແລະ ເໝາະສົມ ຈະສາມາດດຶງອາລົມແຂກທີ່ເຂົ້າຮ່ວມງານໃຫ້ມີຄວາມຮູ້ສຶກຮ່ວມໄດ້ ຈະໃຊ້ເປັນທຳນອງເພງ ຫຼື ເນື້ອເພງທີ່ເຈົ້າສາວເຈົ້າບ່າວມັກຟັງກໍ່ໄດ້

4. ກຳນົດເວລາ
ພຣີເຊັນເທຊັ່ນທີ່ດີມີຄວາມຍາວບໍ່ເກີນ 5 ນາທີ (ຫຼື ເທົ່າກັບ 1 ເພງ) ເພາະຸຖ້າຍາວກວ່ານີ້ນອກຈາກຈະຄືກັບໜັງສັ້ນແລ້ວ ຈະເຮັດໃຫ້ແຂກຮູ້ສຶກເບື່ອໄດ້

5. ສະແດງໃຫ້ເປັນຕົວຂອງຕົວເອງ
ຫາກຄູ່ເຈົ້າບ່າວເຈົ້າສາວຄູ່ໃດທີ່ເລືອກຮູບແບບພຣີເຊັນເທຊັ່ນແຕ່ງງານທີ່ຕ້ອງສະແດງເອງ ສຳຄັນວ່າທ່ານທັງສອງຈະຕ້ອງເລືອກສະແດງໃນສະໄຕລທີ່ເປັນຕົວເອງທີ່ສຸດ ເພື່ອຈະເຮັດໃຫ້ບົດພຣີເຊັນເທຊັ່ນອອກມາແບບທຳມະຊາດທີ່ສຸດ ເຮັດໃຫ້ແຂກຮູ້ສຶກປະທັບໃຈເມື່ອເຫັນບົດບາດໃນພຣີເຊັນເທຊັ່ນຂອງທ່ານ

ທັງໝົດນີ້ເປັນພຽງເທັກນິກຂອງການກຽມພຣີເຊັນເທຊັ່ນເບື້ອງຕົ້ນເທົ່ານັ້ນ ຄວາມຈິງແລ້ວມັນຍັງມີລາຍລະອຽດອີກຫຼາຍຢ່າງ ເຊິ່ງທ່ານຕ້ອງໄດ້ສຶກສາໃຫ້ດີ ຕົກລົງຮູບແບບໃຫ້ຊັດເຈນ ເພື່ອຈະເຮັດໃຫ້ບົດພຣີເຊັນເທຊັ່ນງານແຕ່ງງານຂອງທ່ານຈະໄດ້ອອກມາໜ້າປະທັບໃຈທີ່ສຸດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...