Homeຂ່າວຕ່າງປະເທດຄຳສັ່ງໃໝ່ຂອງ "ທຣັມ" ຫ້າມ 6 ປະເທດເຂົ້າສະຫະລັດຖືກຂວ້ຳບາດ

ຄຳສັ່ງໃໝ່ຂອງ “ທຣັມ” ຫ້າມ 6 ປະເທດເຂົ້າສະຫະລັດຖືກຂວ້ຳບາດ

Published on

ເວັບໄຊມະຕິຊົນ ລາຍງານເມື່ອວັນທີ 16 ມີນາ 2017 ນີ້ວ່າ ຜູ້ພິພາກສາລັດຮາວາຍໄດ້ມີຄຳສັ່ງລະງັບຄຳສັ່ງຜູ້ບໍລິຫານປະເທດສະບັບໃໝ່ຫ້າມການເດີນທາງເຂົ້າສະຫະລັດຂອງພົນລະເມືອງ 6 ປະເທດ ຂອງປະທານາທິບໍດີ ໂດນັລ ທຣັມ ພຽງບໍ່ເທົ່າໃດຊົ່ວໂມງກ່ອນທີ່ຄຳສັ່ງດັ່ງກ່າວຈະມີຜົນບັງຄັບໃຊ້ຫຼັງທ່ຽງຄືນຂອງວັນທີ 16 ມີນາ ນີ້

ຜູ້ພິພາກສາ ທ່ານ ແດຣິດ ວັດສັນ ຂອງຮາວາຍ ຕັ້ງຂໍ້ສົງໃສກ່ຽວກັບຫຼັກຖານທີ່ລັດຖະບານນຳມາໂຕ້ແຍ້ງວ່າຄຳສັ່ງຫ້າມດັ່ງກ່າວເປັນເລື່ອງຂອງຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໃນຂະນະທີ່ທຣັມ ລະບຸວ່າ ຄຳຕັດສິນຂອງສານສະແດງໃຫ້ເຫັນເຖິງການໃຊ້ອຳນາດເກີນຂອບເຂດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ

ຮາວາຍເປັນໜຶ່ງໃນຫຼາຍລັດຂອງສະຫະລັດທີ່ພະຍາຍາມຢຸດຕິຄຳສັ່ງຫ້າມດັ່ງກ່າວຂອງ ທຣັມ ໂດຍທະນາຍຄວາມໄດ້ໂຕ້ແຍ້ງຄຳສັ່ງຂອງ ທຣັມ ວ່າເປັນການລະເມີດລັດຖະທຳມະນູນຂອງສະຫະລັດ ໂດຍມີການເລືອກປະຕິບັດກັບຜູ້ຄົນບົນພື້ນຖານຂອງສັນຊາດ ຂະນະດຽວກັນຄຳສັ່ງຫ້າມ 6 ປະເທດມຸສລິມເຂົ້າສະຫະລັດ ຍັງສົ່ງຜົນກະທົບຕໍ່ພາກການທ່ອງທ່ຽວ, ການສຶກສາຕໍ່ໃນສະຫະລັດຂອງນັກສຶກສາຕ່າງຊາດຮວມເຖິງການຈ້າງແຮງງານອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...