Homeຂ່າວພາຍ​ໃນສະຫະພັນຍິງປືນ ກຽມຈັດການແຂ່ງຂັນຄັດເລືອກນັກກິລາເຂົ້າຮ່ວມຊີເກມ

ສະຫະພັນຍິງປືນ ກຽມຈັດການແຂ່ງຂັນຄັດເລືອກນັກກິລາເຂົ້າຮ່ວມຊີເກມ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 14 ມີນາ 2017ນີ້ວ່າ ສະຫະພັນຍິງປືນ ແຫ່ງຊາດລາວ ຈະຈັດການ ແຂ່ງຂັນຍິງປືນ ໃນທ້າຍເດືອນ ມີນາ 2017 ເພື່ອຄັດເລືອກ ເອົານັກກິລາ ເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 29 ວັນທີ19-30 ສິງຫາ 2017 ທີ່ປະເທດ ມາເລເຊຍ ຮັບກຽດເປັນ ເຈົ້າພາບ.

ຕາມການເປີດເຜີຍ ຂອງທ່ານ ລໍາພຽງ ພົມມະຈັກ ຮອງປະທານ ສະຫະພັນຍິງປືນ ແຫ່ງຊາດວ່າ: ພາຍຫລັງສໍາເລັດ ການແຂ່ງຂັນ ຍິງປືນ ປະຈໍາປິ 2016 ແລ້ວ, ພວກເຮົາໄດ້ແຈ້ງ ໃຫ້ບັນດາ ສະໂມສອນ ທົ່ວປະເທດ ຮັບຮູ້ວ່າວັນທີ 28-29 ມີນາ 2017 ນີ້ ທາງສະຫະ ພັນ ຍິງປືນແຫ່ງຊາດລາວ ຈະເລີ່ມຈັດການ ແຂ່ງຂັນຍິງປືນ ເພື່ອຄັດເລືອກ ເອົານັກກິລາເຂົ້າສູນເຝິກຊ້ອມ ພ້ອມທັງເປັນ ຕົວແທນໃຫ້ກັບ ສະຫະພັນຍິງປືນ ເຂົ້າຮ່ວມການ ແຂ່ງຂັນຊີ ເກມຄັ້ງທີ 29 ທີ່ປະເທດ ມາເລເຊຍ ຮັບກຽດເປັນ ເຈົ້າພາບປີ 2017 ນີ້. ການແຂ່ງຂັນ ຈະຈັດຂຶ້ນ ເປັນເວລາ 2 ວັນຄື: ວັນທີ 28 ຫາ ວັນທີ 29 ມີນາ 2017 ທີ່ສະໜາມ ກິລາແຫ່ງຊາດ ຫລັກ 16 ເພື່ອຄັດເລືອກ ເອົານັກກິລາ ທີ່ມີພອນ ສະຫວັນ ແລະ ມີຄວາມສາມາດ ເປັນນັກກິລາ ທີມຊາດລາວ ເຂົ້າຮ່ວມການ ແຂ່ງຂັນຊີເກມ ທີ່ຈະຈັດຂຶ້ນ ໃນອີກມໍ່ໆ. ສໍາ ລັບການແຂ່ງຂັນ ຄັດເລືອກຄັ້ງນີ້ ຄາດວ່າຈະມີ ນັກກິລາເຂົ້າ ຮ່ວມປະມານ 30 ກວ່າຄົນ ແຕ່ທາງສະທາງ ສະຫະພັນ ຂອງພວກເຮົາຈະຄັດ ເລືອກເອົາ ປະມານ 20 ກວ່າຄົນ ເຂົ້າສູນເຝິກຊ້ອມ ເຊິ່ງມາຮອດ ປັດຈຸບັນມີ ບາງສະໂມສອນ ໄດ້ສະເໜີເຂົ້າຮ່ວມ ການແຂ່ງຂັນ ແລ້ວ. ສະນັ້ນ, ທາງສະຫະພັນຍິງປືນ ແຫ່ງຊາດລາວ ຈຶ່ງແຈ້ງໃຫ້ບັນດາ ສະໂມສອນ ທີ່ສະຫະ ພັນຍິງປືນ ແຫ່ງຊາດລາວ ໄດ້ແຈ້ງເຊີນຮັບຮູ້ ແລ້ວນັ້ນເຂົ້າ ຮ່ວມການແຂ່ງຂັນ ຄັ້ງນີ້ ເພື່ອເຮັດໃຫ້ ການຄັດເລືອກ ເອົາ ນັກກິລາ ຄັ້ງນີ້ເຕັມໄປ ດ້ວຍບັນຍາກາດ ທີ່ຟົດຟື້ນພ້ອມ ກັນຄັດເລືອກ ເອົານັກກິລາ ທີ່ມີຄວາມ ສາມາດເຂົ້າ ເປັນຕົວແທນ ໃຫ້ກັບສະຫະພັນ ຍິງປືນແຫ່ງຊາດລາວ ສາມາດຍາດເອົາ ຫລຽນຄໍາມາ ສູ່ປະຊາຊົນ ລາວເຮົາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...