Homeຂ່າວຕ່າງປະເທດລົດໄຟ ສະວິດເຊີແລນຕົກເຫວ

ລົດໄຟ ສະວິດເຊີແລນຕົກເຫວ

Published on

10491276_10152255253764149_568800407758839781_n 10590420_10152255253609149_8799604521089662917_n 10614122_10152255253914149_8195893002251507555_n
ວັນທີ 14 ສິງຫາ 2014 ( ມື້ນີ້ ) ສື່ຕ່າງປະເທດລາຍງານວ່າ ເກີດເຫດແຜ່ນດິນຖະຫຼົ່ມໃນພື້ນທີ່ທາງພາກຕາເວັນອອກຂອງ ສະວິດເຊີແລນ ເປັນເຫດໃຫ້ລົດໄຟທີ່ມາຈາກເມືອງ ຄູຣ໌ ມຸ່ງໄປສູ່ເມືອງ ເຊນຕ໌ໂມຣິຊ ຟົ້ງອອກຈາກລາງ ແລ້ວຕົກລົງເຫວ ເຈົ້າໜ້າທີ່ຕໍາຫຼວດໃນພື້ນທີ່ລະບຸວ່າ ພົບລົດໄຟທີ່ປະສົບອຸປະຕິເຫດ 2 ຂະບວນ ທັງນີ້ ການເຂົ້າເຖິງພື້ນທີ່ເກີດເຫດເປັນໄປຢ່າງລໍາບາກ ເນື່ອງຈາກບໍ່ມີຖະໜົນທີ່ຈະເຂົ້າໄປຫາບໍລິເວນທີ່ພົບຊາກລົດໄຟໄດ້ ທາງການຈະຕ້ອງໄດ້ໃຊ ເຮລີຄັອບເຕີ 4 ລໍາ ເຂົ້າຊ່ວຍ.
ຢ່າງໃດກໍຕາມ ໜ່ວຍກູ້ໄພ ແລະ ແພດສຸກເສີນ ກໍາລັງພະຍາຍາມເຂົ້າໄປຫາພື້ນທີ່ດັ່ງກ່າວ ເພື່ອໃຫ້ການຊ່ວຍເຫຼືອ ແລະ ຍັງບໍ່ມີລາຍງານຜູ້ທີ່ເສຍຊີວິດ ຫຼື ໄດ້ຮັບບາດເຈັບເທື່ອ.
ຂໍ້ມູນຂ່າວຈາກ ໄອເອັນເອັນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...