Homeນານາສາລະເຄັດລັບເຮັດໃຫ້ກິ່ນນ້ຳຫອມຕິດດົນ! ຫອມດົນແຕ່ເຊົ້າຮອດຄ່ຳ

ເຄັດລັບເຮັດໃຫ້ກິ່ນນ້ຳຫອມຕິດດົນ! ຫອມດົນແຕ່ເຊົ້າຮອດຄ່ຳ

Published on

ສາລະໜ້າຮູ້ມື້ນີ້ ແອັດມິນມາເອົາໃຈທີ່ມັກໃຊ້ນ້ຳຫອມເປັນປະຈຳ ໂດຍການນຳສູດເຄັດລັບດີໆກ່ຽວກັບການເຮັດໃຫ້ນ້ຳຫອມຕິດດົນຕິດທົນ ສີດເທື່ອດຽວຫອມແຕ່ເຊົ້າຮອດຄ່ຳມາຝາກ ເຊິ່ງເຄັດລັບທີ່ວ່ານັ້ນກໍ່ງ່າຍແສນງ່າຍ ພຽງແຕ່ທ່ານເລືອກເຮັດວິທີໃດໜຶ່ງດັ່ງຕໍ່ໄປນີ້

  1. ກ່ອນຈະສີດນ້ຳຫອມໃສ່ຮ່າງກາຍໃຫ້ທ່ານທາໂລຊັ່ນທາຜິວລົງກ່ອນ ຈາກນັ້ນຈິ່ງຄ່ອຍສີດນ້ຳຫອມລົງ
  2. ການປະສົມນ້ຳຫອມກັບໂລຊັ່ນທາຜິວເຂົ້າໃສ່ກັນກ່ອນແລ້ວຈິ່ງຄ່ອຍທາລົງຜິວເຮົາ ວິທີນີ້ຈະເຮັດໃຫ້ກິ່ນນ້ຳຫອມປ່ຽນໄປຈາກກິ່ນເກົ່າ ແຕ່ຮັບຮອງຄວາມຕິດທົນນານຂອງກິ່ນແນ່ນອນ
  3. ສີດນ້ຳຫອມໃສ່ສຳລີແລ້ວຢັດໄວ້ໃນຖົງໂສ້ງ, ຖົງເສື້ອ ຮັບຮອງວ່າກິ່ນນ້ຳຫອມຈະກະຈາຍໄປທົ່ວຈົນຄົນທາງຂ້າງຫັນມາສົນໃຈທ່ານ
  4. ກ່ອນຈະຫວີຜົມກໍ່ສີດນ້ຳຫອມໃສ່ຫວີກ່ອນ ເພາະເວລາຫວີຜົມຄວາມກອມຈະໄດ້ຕິດຢູ່ທີ່ເສັ້ນຜົມຂອງທ່ານ
  5. ທາໂລຊັ່ນທາຜິວໃສ່ຈຸດຊີບພະຈອນຢ່າງ: ຂໍ້ມື, ຂໍພັບ, ຄໍ, ຂາ, ແຂນ, ​ແອວ ແລະ ຈະມັບ ກ່ອນທີ່ຈະສີດນ້ຳຫອມລົງ
  6. ຫອມຮອດຊຸດຊັ້ນໃນ ໂດຍການແຊ່ຊຸດສັ້ນໃນຂອງທ່ານລົງໃນນ້ຳທີ່ປະສົມຢົດນ້ຳຫອມເລັກໜ້ອຍປະມານ 5-10 ນາທີກ່ອນນຳໄປຕາກ
  7. ການສີດນ້ຳຫອມໃສ່ຕົວເອງຕ້ອງອ່ານລາຍລະອຽດຂອງມັນກ່ອນ ປະລິມານທີ່ສີດກໍ່ຄວນຢູ່ໃນລະດັບທີ່ພໍດີ ບໍ່ໜ້ອຍບໍ່ຫຼາຍຈົນເກີດໄປ
  8. ເວລາລີດເສື້ອຜ້າ ໃຫ້ທ່ານຢອດນ້ຳຫອມລົງໜ້າຕຳລີດເລັກໜ້ອຍຈິ່ງຄ່ອຍລີດຮັບຮອງວ່າກິ່ນຫອມຈະຕິດທີ່ເສື້ອທ່ານແນ່ນອນ
  9. ການເກັບຮັກສານ້ຳຫອມແມ່ນເກັບໄວ້ໃນຕູ້ເສື້ອຜ້າດີທີສຸດ ເພາະເປັນສະຖານທີ່ທີ່ແຫ້ງ, ອາກາດເຢັນ ແລະ ມີດ ບໍ່ຄວນເກັບນ້ຳຫອມໄວ້ໃນທີ່ທີ່ຕ້ອງແສງ ຫຼື ມີອາຍນ້ຳ ເພາະຈະສົ່ງຜົນໃຫ້ກິ່ນນ້ຳຫອມຈາງລົງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...