spot_img
Homeລົດຍົນ-ຍານພາຫະນະສະເພາະ 7 ເດືອນ ປີ 2014 ມີລົດໃໝ່ມາຂຶ້ນທະບຽນ 3 ພັນກ່ວາຄັນ ທົ່ວ ນ.ວ

ສະເພາະ 7 ເດືອນ ປີ 2014 ມີລົດໃໝ່ມາຂຶ້ນທະບຽນ 3 ພັນກ່ວາຄັນ ທົ່ວ ນ.ວ

Published on

 

 

ໄລ­ຍະ 7 ເດືອນ​ຕົ້ນ​ປີ ຈຳ­ນວນ​ສະຖິ​ຕິ​ຂຶ້ນ​ທະ­ບຽນ​ພາ­ຫະ­ນະ​ມີ​ແລ້ວ​ທັງ​ໝົດ 30 ພັນ​ກວ່າ​ຄັນ, ໃນ​ນັ້ນ ເດືອນ​ມັງ­

ກອນຫຼາຍ​ກວ່າ​ໝູ່ ໂດຍ​ສ່ວນ​ໃຫຍ່​ແມ່ນ​ລົດຈັກ​ກວມ​ອັດ­ຕາ​ສູງ.

ອີງ​ຕາມ​ຂໍ້​ມູນ​ຈາກ​ ກອງ​ຄຸ້ມ​ຄອງ​ພາຫະ​ນະ ແລະ ການ​ຂັບ​ຂີ່​ພະ​ແນກ​ໂຍ­ທາ​ທິການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​

ວຽງຈັນແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ເດືອນ​ມັງກອນຫາກໍ​ລະ​ກົົດ 2014 ນີ້ ຕົວ​ເລກລວມ​ ການ​ເຂົ້າ​ມາ​ຂຶ້ນ​ທະ­ບຽນ

​ລົດ​ໃໝ່ຂອງຜູ້​ຂັບ​ຂີ່​ຢູ່​ໃນ​ນະ­ຄອນຫຼວງ​ວຽງ​ຈັນ ມີ​ທັງ​ໝົດ 32.208 ຄັນ, ໃນ​ນີ້ ສະ­ເພາະເດືອນ​ມັງ­ກອນ​ມີ 5.697

ຄັນ, ກຸມ­ພາ 5.344 ຄັນ, ມີ­ນາ 4.980 ຄັນ, ເມ­ສາ 4.383 ຄັນ, ພຶດ­ສະ­ພາ 4.154 ຄັນ ແລະ ໃນ​ເດືອນ​ມິ­ຖຸ­ນາ​ມີ

3.647 ຄັນ.

ໂດຍ​ໃນ​ເດືອນ​ຫຼ້າ​ສຸດ​ແລ້ວ​ ອັດ­ຕາ​ມາຂຶ້ນ​ທະ­ບຽນ​ແມ່ນ​ສູງ​ຂຶ້ນ ເມື່ອ​ທຽບ­ໃສ່​ເດືອນ​ມິ­ຖຸ­ນາ​ທີ່​ມີ 4.003 ຄັນ, ໃນ​ນີ້

ລົດ­ຈັກ​ມີ 2.362 ຄັນ, ລົດ​ເກັງ 517 ຄັນ, ລົດ​ກະ­ບະ 666 ຄັນ, ລົດ​ຈິບ 173 ຄັນ, ລົດ​ຕູ້ 115 ຄັນ, ລົດ​ບັນ­ທຸກ 159

ຄັນ ແລະ ລົດ​ໂດຍ­ສານ 11 ຄັນ.

ຂໍ້​ມູນ​ຍັງ​ໃຫ້​ຮູ້​ອີ​ກວ່າ: ຖ້າ​ເລີ່ມ​ແຕ່ເດືອນ​ມັງ­ກອນຫາກໍ­ລະ­ກົດ ລວມ​ທຸກ​ປະເພດ​ລົດ­ຈັກ​ລວມ​ມີ 19.455 ຄັນ, ລົົດ

ເກັງ 3.290 ຄັນ, ລົດ​ກະ­ບະ 5.264 ຄັນ, ລົດ​ຈິບ 1.387 ຄັນ, ລົດ​ຕູ້ 932 ຄັນ, ລົດບັນ­ທຸກ 1.772 ຄັນ ແລະ ລົດ​ໂດຍ

­ສານ 108 ຄັນ.

ສຳ­ລັບ​ຕົວ​ເລກ​ລວມ​ຂອງ​ພາ­ຫະ­ນະ ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ ທີ່​ໄດ້​ມີ​ການບັນ­ທຶກ​ສະ­ຖິ­ຕິ​ນັບ​ແຕ່​ປີ 2000 ມາ

​ເຖິງປະຈຸ​ບັນ​ມີ​ທັງ​ໝົດ​ແລ້ວ 682.045 ຄັນ.

ແຫຼ່ງຂ່າວ: http://www.sedthakid.la/home/khao/19914.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...