spot_img
Homeມຸມຂ່າວ AECລາວຫາລືຄວາມພ້ອມ ກຽມເຂົ້າປະຊາຄົມເສດຖະກິດອາຊຽນ (AEC)

ລາວຫາລືຄວາມພ້ອມ ກຽມເຂົ້າປະຊາຄົມເສດຖະກິດອາຊຽນ (AEC)

Published on

ກະຊວງການຕ່າງປະເທດ; ກະຊວງຖະແຫລ່ງຂ່າວ, ວັດທະນທຳ ແລະ ທ່ອງ ທ່ຽວ; ກະຊວງອຸດສະຫະກຳ ແລະ ການຄ້າ;

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸ

ລະກິດຂອງລາວ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄວາມຄິດເຫັນ ລະຫວ່າງພາກລັດ ແລະ ເອກະຊົນກ່ຽວກັບຄວາມ

ພ້ອມຂອງ ສປປ ລາວ ໃນການເຂົ້າປະຊາຄົມເສດຖະກິດອາຊຽນໃນປີ 2015 ໂດຍສະເພາະພາກລັດ ໄດ້ລາຍງານໃຫ້ຮູ້ວ່າ

ມີດ້ານໃດແດ່ທີ່ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ ແລະ ອັນໃດທີ່ບໍ່ທັນສຳເລັດ, ອັນໃດຄືໂອກາດ ແລະ ສິ່ງທ້າທາຍ

ຂອງປະເທດເຮົາ ແລະ ໃນຕໍ່ໜ້ານີ້ ລາວເຮົາຈະເຮັດຫຍັງແດ່ ເພື່ອສ້າງຄວາມພ້ອມຮັບມື ແລະ ແກ້ໄຂບັນຫາທີ່ອາດ

ຈະເປັນຜົນກະທົບຕໍ່ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຂອງລາວເຮົາ.

 

ນອກຈາກນີ້, ກອງປະຊຸມໄດ້ສຸມໃສ່ມາດຕະການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ມະຕິລັດຖະບານທີ່ໄດ້ຮັບຮອງເອົາເມື່ອ

ຕົ້ນປີ 2013 ກ່ຽວກັບການກະກຽມ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ໃນການເຂົ້າປະຊາຄົມອາຊຽນໃນປີ 2015 ໂດຍສະ

ເພາະແມ່ນກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ບັນຫາອື່ນໆ ເປັນຕົ້ນ: ການສ້າງບຸກຄະລະກອນ, ນິຕິກຳ, ໂຄງລ່າງ

ພື້ນຖານ, ຜະລິດຕະພັນ ແລະ ອື່ນໆ ເພື່ອໃຫ້ພາກທຸລະກິດຂອງ ສປປ ລາວ ໄດ້ຮັບຜົນປະໂຫຍດສູງສຸດຈາກການເຂົ້າ

ຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015 ນີ້.

 

ການປຶກສາຫາລືດັ່ງກ່າວ ມີຂຶ້ນໃນວັນທີ 13 ສິງຫານີ້ ຢູ່ສູນຮ່ວມມືສາກົນ ແລະ ເຝິກອົບ ຮົມ (ITCT) ນະຄອນຫລວງ

ວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງ

ການຕ່າງປະເທດ, ມີບັນດາລັດຖະມົນຕີ, ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດ

ເຂົ້າຮ່ວມຢ່າງຫລວງຫລາຍ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_48.html

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...