spot_img
Home​ຂ່າວບັນເທິງ"ວັນໃໝ່ ທຳມະວົງ" ໄດ້ຮັບລາງວັນຊຸດປະຈຳຊາດດີເດັ່ນ ໃນເວທີ Miss International Queen 2016

“ວັນໃໝ່ ທຳມະວົງ” ໄດ້ຮັບລາງວັນຊຸດປະຈຳຊາດດີເດັ່ນ ໃນເວທີ Miss International Queen 2016

Published on

ສຳລັບເວທີການປະກວດນາງງາມລະດັບໂລກຂອງສາວປະເພດສອງ Miss International Queen 2016 ກໍ່ໄດ້ສິ້ນລົງຢ່າງຈົບງາມໃນຄ່ຳຄືນຂອງວັນທີ 10/03/2017 ແລະ ກໍ່ເປັນສາວງາມຂອງປະເທດເຈົ້າບ້ານ (ປະເທດໄທ) “ໂມ ຈິຣັດຊາຍາ ສິລິທົງຄຸນນາວິນ” ທີ່ສາມາດຄວ້າມົງກຸດອັນຊົງກຽດນີ້ໄປຄອງໄດ້ສຳເລັດ ສ່ວນອັນດັງສອງເປັນຂອງນາງງາມຈາກປະເທດ ບຣາຊິວ ແລະ ອັນດັບສາມເປັນນາງງາມຈາກປະເທດ ເວເນຊູເອຣາ.

ສຳລັບ ສາວ ວັນໃໝ່ ມົນຈຳປາ ທຳມະວົງ ຕົວແທນສາວງາມຈາກ ສປປ ລາວ ໄດ້ຜ່ານເຂົ້າຮອບ 10 ຄົນສຸດທ້າຍ ແລະ ໄດ້ຮັບລາງວັນຊຸດປະຈຳຊາດດີເດັ່ນ ຕາມທີ່ຫຼາຍຝ່າຍຄາດການໄວ້ ເພາະຊຸດປະຈຳຊາດຂອງ ສປປ ລາວ ສະ   ຫງ່າງາມອະລັງການ ແລະ ໂດດເດັ່ນທີ່ສຸດໃນເວທີ ແລະ ຍັງມີເລື່ອງລາວຄວາມເປັນມາຂອງພະຍານາກເຊິ່ງເປັນສິ່ງທີ່ຄົນລາວ ແລະ ຄົນໃນປະເທດທີ່ອາໃສແຖມລຸ່ມແມ່ນ້ຳຂອງໃຫ້ຄວາມເຄົາລົບນັບຖື. ເຊິ່ງຕ້ອງຂອບໃຈຜູ້ຜະລິດຊຸດປະຈຳຊາດລາວທີ່ “ວັນໃໝ່” ໃຊ້ເຂົ້າປະກວດຄັ້ງນີ້ ແມ່ນ “ຄຳພີ ອະລັງການ” ນັກອອກແບບ ແລະ ຈິດຕະກອນຊາວໄທ

ຄືນວານນີ້ຕອນທີ່ີປະກວດແອັດມິນກໍ່ລຸ້ນຈົນເຫື່ອໄລໄຄຍ້ອຍພຸ້ນລະ! ຫຼັງຈາກທີ່ ວັນໃໝ່ ມີຊື່ຕິດ top 10 ກໍ່ຮູ້ສຶກວ່າພາກພູມໃຈແລ້ວ ທີ່ນາງສາມາດຜ່ານເຂົ້າມາເຖິງຮອບເລິກຂະໜາດນີ້ ອາດເປັນເພາະຄວາມງາມ, ຄວາມສາ ມາດຂອງນາງເພາະຈາກທີ່ຟັງປະຫວັດແລ້ວ “ວັນໃໝ່” ສາມາດເວົ້າໄດ້ 2 ພາສາ ອັງກິດ ແລະ ພາສາຈີນ (ປະຫວັດຂອງນາງດີງາມຫຼາຍໜ້າສົນໃຈ) ແລະ ທີ່ສຳຄັນຂາດບໍ່ໄດ້ແມ່ນຜົນໂຫວດຈາກແຟນໆຊາວລາວທີ່ຄົນທີ່ສົ່ງກຳລັງໃຈໄປເຊຍນາງ ແຕ່ກໍ່ຕ້ອງຍອມຮັບວ່າ ສາວງາມແຕ່ລະປະເທດທີ່ເຂົ້າມາປະກວດແຕ່ລະນາງກໍ່ມີຄວາມງົດງາມທີ່ເປັນເອກະລັກສະເພາະຕົວຂອງໃຜມັນແຕກຕ່າງກັນອອກໄປ

ຈັ່ງໃດແອັດມິນກໍ່ຂໍສະແດງຄວາມດີໃຈກັບ ສາວ ໂມ ຈິຣັດຊາຍາ ສິລິທົງຄຸນນາວິນ ທີ່ໄດ້ຮັບຕຳແໜ່ງນີ້ໄປຄອງ ເພາະນາງຄອບຄຳຖາມໄດ້ດີແທ້ໆ ສ່ວນອັບດັບສອງ ແລະ ອັນດັບສາມ ກໍ່ຕອບຄຳຖາມໄດ້ດີຄືກັນ ແຕ່ວັນນີ້ອາດຈະບໍ່ແມ່ນວັນຂອງພວກນາງ.

https://youtu.be/_4w7lmxwTlE

https://youtu.be/s7r-WiuMKro

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...