spot_img
Homeຂ່າວຕ່າງປະເທດຈັບກຸມຕົວຄົນທີ່ແອບອ້າງເປັນ "ຈັສຕິນ ບີເບີ" ກໍ່ເຫດລ່ວງລະເມີດທາງເພດຍິງສາວກວ່າ 157 ຄົນ

ຈັບກຸມຕົວຄົນທີ່ແອບອ້າງເປັນ “ຈັສຕິນ ບີເບີ” ກໍ່ເຫດລ່ວງລະເມີດທາງເພດຍິງສາວກວ່າ 157 ຄົນ

Published on

ເວັບໄຊຂ່າວສົດລາຍງານເມື່ອວັນທີ 9 ມີນາ 2017ນີ້ວ່າ ສຳນັກຂ່າວ ເອພີລາຍງານຄວາມຄືບໜ້າຂອງຕຳຫຼວດລັດ ຄວິນສ໌ແລນ ປະເທດ ອັອສເຕຣເລຍ ຖະແຫລງຕັ້ງຂໍຫາ ທ້າວ ກໍດອນ ດັກລາສ ຊາລເມີ ໄວອາຍຸ 42 ປີ ອາຈານບັນລະຍາຍ ໃນຊັ້ນຮຽນທີ່ມະຫາວິທະຍາໄລ ຄວິນສ໌ແລນ ຢູນີເວີຊີຕີ້ ອອຟ ເທັກໂນໂລຢີ ເມືອງ ບຣິສເບນ ໃນຂໍ້ຫາແອບອ້າງເປັນ ນັກຮ້ອງໜຸ່ມຊື່ດັງ “ຈັສຕິນ ບີເບີ” ກໍ່ເຫດລ່ວງລະເມີດທາງເພດຍິງສາວກວ່າ 157 ຄົນທົ່ວໂລກ ໃນປີ 2007

ຜູ້ຖືກຫາລາຍນີ້ ຖືກຕັ້ງຂໍຫາຕັ້ງແຕ່ເດືອນ ພະຈິກ 2016 ທີ່ຜ່ານມາ ແຕ່ຫຼ້າສຸດພົບຂໍ້ມູນລັບໃນແລັບທ໊ອບຂອງຊາຍຜູ້ນີ້ ໃຊ້ທັງເຟສບຸ໊ກ ແລະ ສະໄກລ ທີ່ແອບອ້າງຕົນເປັນນັກຮ້ອງໜຸ່ມ ຈັສຕິນ ບີເບີ ລໍ້ລວງໃຫ້ຍິງສາວສົ່ງຮູບພາບອານາຈານໃຫ້ ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງຕັ້ງຂໍ້ຫາເພີ່ມອີກເປັນ 931 ຂໍ້ ໃນຈຳນວນນີ້ມີຂໍ້ກ່າວຫາຂົ່ມຂືນ ແລະ ເຮັດສື່ເອົາປະໂຫຍດທາງເພດກັບເດັກ

ຄະດີນີ້ ຕຳຫຼວດໃຊ້ຄວາມຮ່ວມມືຈາກຫຼາຍປະເທດ ໂດຍສະເພາະສະຫະລັດອາເມລິກາ ແລະ ເຢຍລະມັນ ພົບວ່າມີເດັກ ແລະ ໄວຮຸ່ນອາຍຸນ້ອຍທີ່ຖືກຫຼອກໃຫ້ຄິດວ່າກຳລັງສົນທະນາຢູ່ກັບນັກຮ້ອງໜຸ່ມ ບີເບີ ທາງອອນໄລນ໌ເປັນຈຳນວນຫຼາຍ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...