Home​ຂ່າວບັນເທິງLAO SUPER MODEL 2017 ເປີດຮັບສະໝັກແລ້ວ

LAO SUPER MODEL 2017 ເປີດຮັບສະໝັກແລ້ວ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ ແອັດມີຂ່າວດີມາບອກເຖິງໜຸ່ມ-ສາວ ແລະ ນ້ອງໆທີ່ມີອາຍຸບໍ່ເກີນ 28 ປີ ມື້ນີ້ໂອກາດດີມາຮອດແລ້ວ ຊ້າຢູ່ເຮັດຫຍັງ? ກັບການປະກວດ LAO SUPER MODEL 2017 ໃນຮູບແບບຂອງລາຍການ Reality ປະກາດຮັບສະຫມັກ ນາງແບບ – ນາຍແບບ ແລະ ເດັກນ້ອຍຫນ້າຮັກ ໜ້າໃໝ່ເພື່ອມາປະດັບວົງການບັນເທີງບ້ານເຮົາ

ປີນີ້ຂໍບອກວ່າຍັງຄົງຄວາມ…ແຊ໊ບ! ເຂັ້ມຂຸ້ນຄົບຣົດຊາດປານຕຳໝາກຮຸ່ງໃສ່ປາແດກຕ້ອນພຸ້ນລະ ເພາະເບິ່ງຈາກ Coach ທັງ 3 ແຕ່ລະຄົນເຫັນໜ້າແລ້ວກໍ່ຮູ້ເລີຍວ່າ ງານນີ້ພວກເຂົາບໍ່ໄດ້ມາຫຼິ້ນໆ ທຸກຢ່າງຈັດເຕັມແນ່ນອນ! ເບິ່ງໂປຣຟາຍຂອງແຕ່ລະຄົນ ອື້ຮື… ເດັດໆກັນທັງນັ້ນ ມາເລີ່ມຕົ້ນທີ່ຄົນທຳອິດກັນເລີຍກັບ

+ Toh Xtreme, ຜູ້ກຳກັບ ແລະ ໂປຣດິວເຊີ້ ລະດັບເທບ ຊຶ່ງຢູ່ເບື້ອງຫລັງຜົນງານຂອງສິນລະປິນດັງໆຫລາຍທ່ານ ເຊັ່ນ Aluna, Annita, Bob Freeman, Kob Kiengkai ແລະ ອີກທັງຍັງມີຜົນງານທີ່ໂດດເດັ່ນທາງດ້ານສື່ໂຄສະນາຕ່າງໆ.

+ Tot Lina, ນາງແບບໂຕແມ່ຂອງວົງການ ທີ່ມາກດ້ວຍປະສົບການ ແລະ ຫລາກຫລາຍບົດບາດໃນວົງການບັນເທີງລາວ. ດ້ວຍ charactor ຂອງນາງ ເຮັດໃຫ້ກາຍເປັນແຮງບັນດາໃຈຂອງສາວໆຫລາຍທ່ານ ທີ່ຢາກມີໂອກາດໄດ້ຮັບການຝຶກແບບເຂັ້ມໆຈາກນາງ.

+ Paul Fashion Icon, ແຟຊັ້ນ ໄອຄອນ ທີ່ໂດດເດັ່ນທາງການການແຕ່ງກາຍ ແລະ sense ຂອງ fashion ທີ່ແມ້ນຢຳ ຊຶ່ງສະສົມປະສົບການຈາກຫລາກຫລາຍເວທີ ທັງໃນລາວ ແລະເວທີ International Fashion Runway.

*** ມາດຕະຖານການສະຫມັກ ***
~ Model ອາຍຸ 18-28 ປີ ຂຶ້ນໄປ ~
ນາງແບບ: ສູງ 165 ຊມ ຂຶ້ນໄປ
ນາຍແບບ: ສູງ 165 ຊມ ຂຶ້ນໄປ
~ ເດັກຫນ້າຮັກ 6 – 10 ປີ ຂຶ້ນໄປ ~
ຮອບທີ່ 1: ຄັດເອົາ 40 ຄົນ (ຍິງ 20 ນາງ ແລະ 20 ທ້າວ) ຈາກຟອມຮັບສະຫມັກ ໃນວັນທີ 6 ພຶດສະພາ 2017
ຮອບທີ່ 2: ຄັດຈາກ 40 ຄົນ ເອົາ 20 ຄົນ (ຍິງ 10 ນາງ ແລະ 10 ທ້າວ)
ສາມາດຕິດຕໍ່ຮັບໃບສະຫມັກໄດ້ທີ່:
ບໍລິສັດ LT ຈຳກັດ
ຫລື inbox ສອບຖາມໄດ້ທີ່ ເພຈ: Lao Super Model
ຫລືໂທຣ/whatsapp: 020 22 479 479/020 91 462 699

ຖ້າໜຸ່ມ-ສາວ ຫຼື ນ້ອງໆຄົນໃດທີ່ຄິດວ່າຕົນເອງມີຄວາມພ້ອມກໍ່ລອງເຂົ້າໄປສະໝັກກັນຫຼາຍໆ ມີດີຕ້ອງໂຊພາວ ປະກາດໃຫ້ໂລກຮູ້ໄປເລີຍ ຢ່າເກັບໄວ້ເບິ່ງຄົນດຽວທີ່ເຮືອນ ແອັດເສຍດາຍ ເອົາເປັນວ່າງ່າຍໆ ຄືງານນີ້ບໍ່ຄວນພາດ! ຈົບ.

 

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...