Home​ຂ່າວທ່ອງທ່ຽວໃຊ້ງົບປະມານ 7 ຕື້ກ່ວາກີບ ກຽມປະຕິສັງຂອນຫໍພະແກ້ວ ເດືອນຕຸລາສົກນີ້!

ໃຊ້ງົບປະມານ 7 ຕື້ກ່ວາກີບ ກຽມປະຕິສັງຂອນຫໍພະແກ້ວ ເດືອນຕຸລາສົກນີ້!

Published on

 

​ໃນວັນທີ 13 ສິງຫາ 2014 ຜ່ານມານີ້ ຢູ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລື

ກະກຽມປະຕິສັງຂອນຫໍພະແກ້ວ ເຊຶ່ງເປັນມໍລະດົກອັນລ້ຳຄ່າ ທາງດ້ານວັດທະນະທຳຂອງຊາວລາວທັງຊາດ, ໂດຍ

ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ

ກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ທ່ານ ສາຍທອງ ແກ້ວດວງດີ ຮອງ

ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາພະເຖລານຸເຖລະ ແລະ ຕົວແທນອົງການຈັດຕັ້ງທີ່ກ່ຽວຂ້ອງຈາກພາກສ່ວນ

ຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ຫາລືຫລາຍບັນຫາທີ່ສຳຄັນ ກ່ຽວກັບການກະກຽມປະຕິສັງ

ຂອນຫໍພະແກ້ວ ທີ່ຖືກຊຸດໂຊມມາຫລາຍແລ້ວ, ທັງນີ້ກໍເພື່ອແນໃສ່ອະນຸລັກຮັກສາມໍລະດົກອັນລ້ຳຄ່າ ໃຫ້ຍືນຍົງ

ຄົງຢູ່ດ້ວຍ​ຮູບ​ຮ່າງ​ ແລະ ສີສັນ​ແບບ​ດັ່ງ​ເດີມ​ ທີ່​ບັນພະ​ບູລຸດຂອງ​ຊາດ​ລາວ​ເຮົາ​ໄດ້​ສ້າງ​ມາ, ເຊຶ່ງການສ້ອມແປງຈະ

ເລັງໃສ່​ໃຫ້​ທ່ວງທັນ​ກັບ​ການສະເຫລີ​ມສະ​ຫລອງ​ ວັນ​ສ້າງ​ຕັ້ງ​ຫໍພະ​ແກ້ວ​ຄົບຮອບ 450 ປີ (ຄສ. 1565-2015), ພ້ອມ

ກັນນັ້ນ ການສະ​ເຫລີ​ມສະຫລອງ​ສອງ​ວັນ​ປະຫວັດສາດ​ທີ່​ອັນໃຫຍ່​ຂອງ​ຊາດ​ຄື​ ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ

​ລາວຄົບ​ຮອບ 60 ປີ ແລະ ວັນ​ສະຖາ​ປານາ ສປປ ລາວຄົບຮອບ 40 ປີ ໃນ​ປີ 2015 ທີ່ຈະ ມາເຖິງ.

 

ກອງ​ປະຊຸມດັ່ງກ່າວ ໄດ້​ມີ​ການ​ແຕ່ງ​ຕັ້ງຄະນະອະນຸກຳມະການ ເພື່ອ​ຮັບຜິດຊອບ​ວຽກ​ງານ​ຕ່າງໆລວມ​ໄປ​ເຖິງວຽກ

ງານການ​ຄຸ້ມ​ຄອງ​ບໍລິຫານ,​ ວຽກງານດ້ານ​ວິຊາ​ການ​ເຕັກນິກ, ວຽກງານແຜນງົບປະມານ, ວຽກງານແຜນການ​ກະ

ກຽມພິທີ​ເປີດ​ໂຄງການ, ວຽກງານໂຄສະນາ​ປະຊາສຳພັນ ແລະ ອື່ນໆ. ຕາມການລົງສຳຫລວດຕົວຈິງຂອງໜ່ວຍ

ງານວິຊາການເຕັກນິກ ໂຄງການປະຕິສັງຂອນຫໍພະແກ້ວນັ້ນ ມີ 3 ວຽກໃຫຍ່ທີ່ຕ້ອງຮີບຮ້ອນໃນການປະຕິສັງຂອນ

ຄື: ໂຄງຫລັງຄາ, ຝາທັງ 4 ດ້ານ ແລະ ພື້ນລະບຽງຊັ້ນເທິງ ຈະຕົກເປັນມູນຄ່າທັງໝົດປະມານ 7 ຕື້ກີບ, ຄາດວ່າການ

ປະຕິສັງຂອນຕົວຈິງຈະມີຂຶ້ນ ລະຫວ່າງເດືອນຕຸລາ 2014 ນີ້.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_90.html

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...