Home​ຂ່າວບັນເທິງ"ວັນໃໝ່" ຕິດ TOP 10 ຄົນສຸດທ້າຍ ໃນການປະກວດ Miss International Queen 2017

“ວັນໃໝ່” ຕິດ TOP 10 ຄົນສຸດທ້າຍ ໃນການປະກວດ Miss International Queen 2017

Published on

ບັນເທີງດາລາກັບລາວໂພສຕ໌ ມື້ນີ້ຈະມາອັບເດດຄວາມເຄື່ອນໄຫວຂອງເວທີນາງງາມລະດັບໂລກຂອງສາວປະເພດສອງຢາງ Miss International Queen  ຊ່ວງນີ້ຕ້ອງໄດ້ຕິດຕາມກັນແບບຕໍ່ເນື່ອງ ເພາະໜຶ່ງໃນສາວງາມທີ່ຮ່ວມປະກວດໃນປີນີ້ ມີຕົວແທນສາວປະເພດສອງຈາກ ສປປ ລາວ ເຂົ້າຮ່ວມ. ສະນັ້ນກ່ອນຈະຮອດຮອບຕັດສິນໃນວັນສຸກທີ 10 ມີນາ 2017 ນີ້ ແອັດມິນກໍ່ມີຂ່າວດີກ່ຽວກັບ “ວັນໃໝ່ ມົນຈຳປາ ທຳມະວົງ” ສາວປະເພດສອງຕົວແທນຈາກ ສປປ ລາວ ທີ່ເຂົ້າຮ່ວມປະກວດ Miss International Queen 2017 ມາອັບເດດໃຫ້ແຟນໆໄດ້ຕິດຕາມເປັນໄລຍະ.

ເຊິ່ງ “ວັນໃໝ່” ຂອງພວກເຮົາກໍ່ເປັນໜຶ່ງໃນຕົວເກັງຂອງເວທີດັ່ງກ່າວ ເພາະມີຂ່າວວ່ານາງໄດ້ຕິດ TOP 10 ຄົນສຸດທ້າຍ ໃນການປະກວດ Miss International Queen 2017 ວ້າວ………..!

ແຕ່ວ່າ “ວັນໃໝ່” ສາວໜ້າຫວານ ທີ່ມີຮອຍຍິ້ມລະລາຍຂອງພວກເຮົາຈະສາມາດເຂົ້າໄປຮອບເລິກໆກວ່ານີ້ໄດ້ ຫຼື ບໍ່ ຢ່າລືມຕິດຕາມຊົມການຖ່າຍທອດສົດໄດ້ທາງຊ່ອງ 7 ເລີ່ມແຕ່ເວລາ 21:00 ໂມງເປັນຕົ້ນໄປ.

https://youtu.be/auXqXMh43VY

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...