spot_img
Homeຂ່າວຕ່າງປະເທດທຣັມ ລົງນາມຄຳສັ່ງໃໝ່ຫ້າມ 6 ປະເທດ ມຸສລິມເຂົ້າສະຫະລັດ

ທຣັມ ລົງນາມຄຳສັ່ງໃໝ່ຫ້າມ 6 ປະເທດ ມຸສລິມເຂົ້າສະຫະລັດ

Published on

ເວັບໄຊຂ່າວມະຫາຊົນລາຍງານເມື່ອວັນທີ 7 ມີນາ 2017 ນີ້ວ່າ ປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດອາເມ ລິກາໄດ້ລົງນາມໃນຄຳສັ່ງຜູ່ບໍລິຫານສະບັບໃໝ່ ຫ້າມ ມຸສລິມ 6 ຊາດ ເດີນທາງເຂົ້າສະຫະລັດເປັນເວລາ 90 ວັນແລ້ວ ຫຼັງມີຄຳສັ່ງເກົ່າຖືກລະງັບການບັງຄັບໃຊ້ໂດຍຄຳສັ່ງຂອງຜູ່ພິພາກສາ

ໃນຄຳສັ່ງໃໝ່ໄດ້ຍົກລີກການຫ້າມຊາວອິຣັກເດີນທາງເຂົ້າສະຫະລັດໂດຍລະບຸວ່າ ເພາະປັດຈຸບັນມີຄວາມຕົກລົງໃໝ່ກ່ຽວກັບມາດຕະການຄັດເລືອກຜູ່ຂໍວີຊ່າໃນອິຣັກໃຫ້ຮອບຄອບຫຼາຍຂຶ້ນ ແຕ່ຄຳສັ່ງນີ້ຍັງມີຜົນໃຊ້ກັບຊາວ ອີຫລ່ານ, ລິເບຍ, ຊີເຣຍ, ໂຊມາເລຍ, ຊູດານ ແລະ ເຢເມນຄືເກົ່າ.

ເຊິ່ງຄຳສັ່ງຫຼ້າສຸດນີ້ຈະມີຜົນບັງຄັບໃຊ້ໃນວັນທີ 16 ມີນາ 2017 ນີ້ ເພື່ອປ້ອງກັນຜົນກະທົບທີ່ອາດຈະເກີດຂຶ້ນຈາກຜູ່ທີ່ກຳລັງຢູ່ໃນລະຫວ່າງການເດີນທາງ ເຊິ່ງຕ່າງຄຳສັ່ງເກົ່າທີ່ໃຫ້ມີຜົນບັງຄັບໃຊ້ໃນວັນລົງນາມເມື່ອວັນທີ 27 ມັງກອນ 2017 ທີ່ຜ່ານມາ ຈົນສົ່ງຜົນໃຫ້ເກີດບັນຫາ ແລະ ຄວາມປັ່ນປ່ວນວຸ້ນວາຍທົ່ວສະໜາມບິນຕ່າງໆຂອງສະຫະລັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...