spot_img
Homeຄວາມງາມອາຫານທີ່ກິນແລ້ວເຮັດໃຫ້ເຖົ້າໄວ

ອາຫານທີ່ກິນແລ້ວເຮັດໃຫ້ເຖົ້າໄວ

Published on

ຄວາມເຖົ້າແກ່ຊະລາ ບໍ່ມີໃຜຕ້ອງການ ແຕ່ກໍ່ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທຸກຄົນໃນໂລກນີ້ຕ່າງຕ້ອງໄດ້ພົບ ໂດຍສະເພາະແມ່ບັນດາແມ່ຍິງເຊ່ງຈະມີຄວາມກັງວົນກ່ຽວກັບເລື່ອງນີ້ລາຍກວ່າຜູ້ຊາຍ ສຳລັບຄໍລຳຄວາມງາມມື້ນີ້ ແອັດເລີຍມີ ອາຫານ 6 ປະເພດທີ່ສາມາດທຳລາຍຄວາມເຕັ່ງຕິງຂອງຜິວໜັງໄດ້ ເພາະຖ້າກິນໃນປະລິມານຫຼາຍ ແລະ ກິນເປັນປະຈຳຮັບຮອງວ່າ ສາວຄົນນັ້ນຈະເຖົ້າກ່ອນໄວແນ່ອນ ເຊິ່ງອາຫານທີ່ວ່ານີ້ມີດັ່ງນີ້:
  1. ເຄື່ອງດື່ມແອລກໍຮໍ ເພາະແອລກໍຮໍສາມາດປ່ຽນເປັນໄຂມັນໄດ້ ແລະ ຫຼຸດການດູດຊຶມແຄລຊ້ຽມ ວິຕະມິນບີ ແລະ ວິຕາມິນຊີ ເຊິ່ງທັງສອງວິຕາມິນ ຊ່ວຍໃນການຕ້ານອະນຸມູນອິດສະຫຼະຂອງຮ່າງກາຍ ຖ້າຫາກໃຜດື່ມແອລກໍຮໍຫຼາຍກໍ່ຍິ່ງເຖົ້າໄວຂຶ້ນ
  2. ເຄືອງດື່ມທີ່ມີຄາເຟອິນ ໄດ້ແກ່: ຊາ, ກາເຟ, ນ້ຳອັດລົມ ເນື່ອງຈາກຫຼຸດການດູດຊຶມຂອງວິຕາມິນບີ ແລະ ແຄລຊ້ຽມ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະຄືກັນກັບກໍລະນີທີ່ດື່ມແອລກໍຮໍ
  3. ອາຫານທີ່ມີໄຂມັນສູງ ໂດຍສະເພາະໄຂມັນອີ່ມຕົວ ເຊັ່ນ: ອາຫານປະເພດຈີນ, ຂົ້ວມັນໆ ເພາະອາຫານດັ່ງກ່າວຈະໄປເພີ່ມອະນຸມູນອິດສະຫຼະໃນຮ່າງກາຍເຮັດໃຫ້ເຖົ້າໄວຂຶ້ນ
  4. ອາຫານຈີນຈາກນ້ຳມັນເກົ່າ ນ້ຳມັນທີ່ຜ່ານການຈີນຊ້ຳໆ ຈະເຮັດໃຫ້ເກີດການປ່ຽນແປງທາງເຄມີເຮັດໃຫ້ເກີດອະນຸມູນອິດສະຫຼະ ແລະ ສານກໍ່ເຄມີໃນຮ່າງກາຍ ເປັນທັງອັນຕະລາຍ ແລະ ເຮັດໃຫ້ເຖົ້າໄວ
  5. ອາຫານປິ້ງແກມໄໝ້ ເປັນອາຫານທີ່ມີສານກໍ່ມະເຮັງ ຊື່ ເຍນໄຊໂພຣິນ ສົ່ງຜົນເສຍຕໍ່ຮ່າງກາຍ ແລະ ເຮັດໃຫ້ເຖົ້າໄວ
  6. ອາຫານດອງ ແລະ ອາຫານທີ່ປົນເປື້ອນສານ ເປັນອາຫານທີ່ມີສານຕະກົ່ວ ແລະ ເຊື້ອແບດທີເຣຍໃນອາຫານ ເຊິ່ງເປັນບໍ່ເກີດຂອງສານອະນຸມູນອິດສະຫຼະ ແລະ ເຮັດໃຫ້ສຸຂະພາບສຸດໂຊມໄດ້ ແຖມຍັງເຖົ້າໄວອີກຕ່າງຫາກ

ເວົ້າມາແລ້ວອາຫານທີ່ກ່າວມາຂ້າງເທິງນີ້ເປັນອາຫານຍອດນິຍົມຂອງຄົນທັງນັ້ນ ແຕ່ຖ້າຈະໃຫ້ເລີກກິນເລີຍນິມັນກໍ່ຄົງຍາກ ແອັດມິນເອງກໍ່ເຮັດໄດ້ຍາກ ແຕ່ເອົາເປັນວ່າເພື່ອສຸຂະພາບ ແລະ ຄວາມງາມ ເຮົາກໍ່ຫຼຸດຜ່ອນປະລິມານການຮັບປະທານອາຫານ ແລະ ເຄື່ອງດື່ມຈຳພວກນີ້ລົງກໍ່ແລ້ວກັນ “ກິນໜ້ອຍໆພໍໃຫ້ຫາຍຫິວ”!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...