Homeຂ່າວຕ່າງປະເທດໂຊມາເລຍພົບວິກິດໄພແຫ້ງແລ້ງໜັກໃນຮອບ 25 ປີ

ໂຊມາເລຍພົບວິກິດໄພແຫ້ງແລ້ງໜັກໃນຮອບ 25 ປີ

Published on

ໜັງສືພິມ ຢູເອສເອທູເດ ລາຍງານເມື່ອວັນທີ 4 ມີນາ 2017 ວ່າ ມີປະຊາຊົນໂຊມາເລຍເສຍຊີວິດຈາກໄພອຶດຫິວ 110 ຄົນ ໃນເວລາ 48 ຊົ່ວໂມງ ໃນຂົງເຂດດຽວ ຈາກວິກິດໄພແຫ້ງແລ້ງໜັກທົ່ວປະເທດ ເປັນການປະກາດຕົວເລກຄັ້ງທຳອິດຂອງໄພພິບັດແຫ້ງແລ້ງໂຊມາເລຍ.

ໂຊມາເລຍປະກາດວິກິດໄພແຫ້ງແລ້ງແຫ່ງຊາດໃນວັນທີ 28 ກຸມພາ 2017 ທີ່ຜ່ານມາ ເຊິ່ງອົງການສະຫະປະຊາ ຊາດ ປະເມີນວ່າ ມີປະຊາຊົນໃນປະເທດນີ້ກວ່າ 5 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອ ທ່າມກາງໄພແຫ້ງແລ້ງທີ່ໂຊມາເນຍກຳລັງປະເຊີນໜ້າຢູ່

ຜູ້ຄົນຈຳນວນຫຼາຍໄດ້ແຫ່ເຂົ້າເມືອງຫຼວງຂອງ ໂຊມາເລຍເພື່ອຂໍຮັບຄວາມຊ່ວຍເຫຼືອດ້ານອາຫານ ທີ່ການຊາວຍເຫຼືອຫຼັ່ງໄຫຼມາຈາກໜ່ວຍງານທ້ອງຖິ່ນ ແລະ ລະດັບປະເທດ ເຊິ່ງພົບວ່າ ຜູ້ພັດຖິ່ນໂຊມາເລຍຈຳນວນບໍ່ຕ່ຳກວ່າ 7,000 ຄົນ ຂໍຮັບຄວາມຊ່ວຍເຫຼືອດ້ານອາຫານໃນນະຄອນຫຼວງໂຊມາເລຍທີ່ມີຢູ່ພຽງແຫ່ງດຽວເທົ່ານັ້ນ

ໂຊມາເລຍຕ້ອງພົບກັບວິກິດໄພແຫ້ງແລ້ງ ແລະ ຄວາມຂັດແຍ້ງມາດົນກວ່າ 25 ປີ ຮວມໄປເຖິງການຖືກໂຈມຕີຢ່າງຕໍ່ເນື່ອງຈາກກຸ່ມກໍ່ການຮ້າຍ ອັລເຊບັບ ສົ່ງໃຫ້ໂຊມາເລຍ ຕົກຢູ່ໃນສະພາບເຫດການທີ່ຍາກລຳບາກ ແລະ ເຮັດໃຫ້ ທ່ານ ໂມຮັມເໝັດ ອັບດຸລລາຮີ ໂມຮັມເໝັດ ອອກມາຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຄົມໂລກ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...