Homeຂ່າວຕ່າງປະເທດ"ລ໊ອດເຕ້ ກຣຸ໊ບ" ບໍລິສັດຍັກໃຫຍ່ເກົາຫຼີໃຕ້ລາຍໜຶ່ງຖືກຫຼິ້ນງານ ຫຼັງທ້າທາຍອຳນາດຂອງຈີນ

“ລ໊ອດເຕ້ ກຣຸ໊ບ” ບໍລິສັດຍັກໃຫຍ່ເກົາຫຼີໃຕ້ລາຍໜຶ່ງຖືກຫຼິ້ນງານ ຫຼັງທ້າທາຍອຳນາດຂອງຈີນ

Published on

ເວັບໄຊຂ່າວສົດ ລາຍງານເມື່ອວັນທີ 2 ມີນາ 2017 ວ່າ ກໍລະນີເວັບໄຊ ບໍລິສັດ ລ໊ອດເຕ້ ກຣຸ໊ບ ທຸລະກິດຍັກໃຫຍ່ຂອງເກົາຫຼີໃຕ້ ຖືກໄວຣັສຄອມພິວເຕີຫຼິ້ນງານຈົນໃຊ້ງານບໍ່ໄດ້ເມື່ອວັນທີ 1 ມີນາ ທີ່ຜ່ານມາ ນັ້ນ. ສຳນັກຂ່າວຍອນຮັບຂອງເກົາຫຼີໃຕ້ລາຍງານວ່າ ເປັນການໂຈມຕີໂດຍແຮັກເກີ້ຈີນ ແລະ ມີສາເຫດມາຈາກຂໍ້ພິດພາດຄວາມໝັ້ນຄົງລະຫວ່າງປະເທດ ຂະນະທີ່ລັດຖະບານເກົາຫຼີໃຕ້ໄດ້ຖະແຫລງວ່າ ປັດຈຸບັນເກີດຄວາມວິຕົກກັງວົນຕໍ່ເຫດການດັ່ງກ່າວ.

ຂໍ້ພິດພາດດັ່ງກ່າວມາຈາກການທີ່ລ໊ອດເຕ້ ກຣຸ໊ບ ເຫັນດີໃນການແລກປ່ຽນພື້ນທີ່ໜື່ງໃນສະໜາມ ກ໊ອຟ ຂອງບໍລິສັດໃນແຂວງ ຊອງຈູ ທາງພາກໃຕ້ ແລະ ພື້ນທີທາງທະຫານຂອງສະຫະສັດສ່ວນໜຶ່ງໃກ້ກັບນະຄອນຫຼວງ ໂຊລ ສຳລັບຕິດຕັ້ງລະບົບຂີປະນາວຸດໃນລະດັບບັນຍາກາດຊັ້ນສູງ (THAAD) ເພື່ອຕໍ່ຕ້ານການຄຸກຄາມດ້ວຍ ຂີປະນາວຸດຈາກເກົາຫຼີເໜືອ ແຕ່ການຕິດຕັ້ງລະບົບດັ່ງກ່າວນັ້ນຖືກຈີນຕໍ່ຕ້ານຢ່າງໜັກ ເພາະເປັນລະບົບທີ່ກວດຈັບຂີປະນາວຸດໄວຍະລ້ຳເຂົ້າໄປເຖິງແຜ່ນດິນຈີນ ເຊິ່ງຈີນມີແນວໂນ້ມຈະຕໍ່ຕ້ານສິນຄ້າຂອງ ລ໊ອດເຕ້ ບໍ່ໃຫ້ນຳເຂົ້າປະເທດອີກດ້ວຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...