spot_img
Homeຂ່າວພາຍ​ໃນLeonardo Vitorino ອະດີດຄູຝຶກທີມສະໂມສອນລ້ານຊ້າງ ຢູໄນເຕັດ ຢ້າຍບ້ານ ໄປຄຸມທີມ ກຳປຸເຈຍ

Leonardo Vitorino ອະດີດຄູຝຶກທີມສະໂມສອນລ້ານຊ້າງ ຢູໄນເຕັດ ຢ້າຍບ້ານ ໄປຄຸມທີມ ກຳປຸເຈຍ

Published on

ໃນຕອນບ່າຍຂອງວັນທີ 2 ມີນາ 2017 ສະຫະພັນບານເຕະ ກຳປູເຈຍ ໄດ້ມີຖະແຫຼງຂ່າວເປີດໂຕ ຫົວໜ້າຄູຝຶກທີມຊາດຄົນໃໝ່ ນັ້ນກໍ່ຄື “ຣິໂອນາໂດ ວິຕໍຣນິໂນ” ອະດີດຫົວໜ້າຄູຝຶກສະໂມສອນ ລ້ານຊ້າງ ຢູໄນເຕັດ

ໃນປີທີ່ຜ່ານມາ “ຣິໂອນາໂດ ວິຕໍຣນິໂນ” ໄດ້ສ້າງຜົນງານດີເດັ່ນໃນການຄຸມທີມ ສະໂມສອນ ລ້ານຊ້າງ ຢູໄນເຕັດ ແລະ ພາທີມຄ້ວາແຊັ້ມ ລາວພຣີເມຍລີກ 2016 ມາຄອງ ແລະ ຍັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການບານລາວ ໂດຍການນຳທີມໄປຄ້ວາຮອງແຊັມ ໃນລາຍການ ໂຕໂຢຕ້າ ແມ່ຄອງຄລັບ 2016.

ສະໂມສອນ ລ້ານຊ້າງ ຢູໄນເຕັດ ກໍ່ບໍ່ລໍຊ້າທີ່ຈະໂພສສະແດງຄວາມຍິນດີ ກັບການຢ້າຍບ້ານໃໝ່ ຢ້າຕຳແໜ່ງໃໝ່ ໄປດຳລົງຕຳແໜ່ງ ຫົວໜ້າທີມຊາດຄົນໃໝ່ຂອງ ກຳປູເຈຍ ແລະ ທາງ Leonardo Vitorino ເອງກໍ່ໄດ້ໂພສຕ໌ ຄຳຂອບໃຈເຖິງ ແຟນບານລ້ານຊ້າງ, ທີມງານ, ຜູ້ຈັດການ ແລະ ປະທານບໍລິຫານສະໂມສອນ ລ້ານຊ້າງ ຢູໄນເຕັດ ເຊັ່ນກັນ ຖືວ່າທັງສອງຝ່າຍຈາກກັນດ້ວຍດີ.

ເຊິ່ງແນ່ນອນວ່າ ບໍ່ມີພຽງແຕ່ ທາງສະໂມສອນ ລ້ານຊ້າງ ຢູໄນເຕັດ ເທົ່ານັ້ນທີ່ຊື່ນຊົມຜົນງານ ຂອງ “ຣິໂອນາໂດ ວິຕໍຣນິໂນ” ແຕ່ລວມເຖິງແຟນບານຄົນລາວທຸກຄົນທີ່ຊື່ນຊົມ ແລະ ມັກໃນຜົນງານຂອງທ່ານ, “ຣິໂອນາໂດ ວິຕໍຣນິໂນ” ທີ່ຜ່ານມາໄດ້ສະແດງໃຫ້ເຫັນເຖິງສັກກະຍາພາບໃນການເຮັດວຽກ, ການເຮັດວຽກເປັນທີມ, ເປັນຄູຝຶກທີ່ມີວິໄນ ແລະ ທີ່ສຳຄັນເປັນສ່ວນໜຶ່ງໃນການສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການບານລາວ ເຖິງມື້ນີ້ເລື່ອງທຸກຢ່າງຈະເຄີຍເປັນອະດີດແລ້ວກໍ່ຕາມ ແຕ່ກໍ່ຍັງເປັນອະດີດທີ່ໜ້າຈົດຈຳໄປຕະຫຼອດການ ຂອບໃຈທີ່ຄັ້ງໜຶ່ງທ່ານເຄີຍສ້າງຄວາມສຸກໃຫ້ກັບນັກກິລາບານລາວ ແລະ ແຟນບານຊາວລາວ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...