Homeຂ່າວພາຍ​ໃນກຳມະກອນຊາວຫວຽດນາມ ເອົາປືນຍິງກັນ ບາດເຈັບສາຫັດ ຍ້ອນເລື່ອງບໍ່ເປັນເລື່ອງ

ກຳມະກອນຊາວຫວຽດນາມ ເອົາປືນຍິງກັນ ບາດເຈັບສາຫັດ ຍ້ອນເລື່ອງບໍ່ເປັນເລື່ອງ

Published on

 

ຕາມການລາຍງານ ຂອງທ່ານ ຮ້ອຍເອກ ທະນູສອນ ຈິນດາວົງ ຮອງຫົວໜ້າພະແນກສອບສວນຄະດີອາຍາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເວລາປະມານ 17 ໂມງ ຂອງວັນທີ 10 ສິງຫາ 2014 ຢູ່ທີ່ກິໂລແມັດທີ 02 ບ້ານໂພໄຊ ເມືອງໄກສອນພົມວິຫານ (ກົງກັນຂ້າມກັບໂຮງແຮມສຸລິນສຸກ) ໄດ້ເກີເຫດມີກຳມະກອນຊາວຫວຽດນາມຍິງກັນ ເຮັດໃຫ້ມີຜູ້ບາດເຈັບສາຫັດ 1 ຄົນ. ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ ຈຶ່ງໄດ້ພົບວ່າ: ຜູ້ໄດ້ຮັບບາດເຈັບ ຊື່ ທ້າວ ຫງວຽນດຶກຟ້ອງ (ບີ້) ອາຍຸ 35 ປີ, ສັນຊາດຫວຽດນາມ, ຢູ່ບ້ານນອງ, ເມືອງເຮືອງຖຸ້ຍ ແຂວງເທືອທຽນເຫ້, ອາຊີບກຳມະກອນ ສ້ອມແປງລົດໃຫຍ່ ຖືກຍິງຢູ່ຄໍ ແຕ່ຊ້າຍຫາຂວາ ຈຳນວນ 1 ລູກ ໄດ້ຮັບບາດເຈັບສາຫັດ, ໝູ່ໄດ້ນຳສົ່ງໂຮງໝໍແຂວງ ເມື່ອອາການບໍ່ດີຂຶ້ນ ທາງຍາດພີ່ນ້ອງຈຶ່ງໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍປະເທດໄທ.

ສ່ວນຄົນທີ່ລົງມືຍິງຄື ທ້າວ ເລວັນຕື ອາຍຸ 47 ປີ, ສັນຊາດຫວຽດນາມ, ຢູ່ບ້ານສາຖຸຍພຸ ເມືອງເຮືອງຖຸ້ຍ ແຂວງເທືອທຽນເຫ້, ອາຊີບກຳມະກອນກໍ່ສ້າງ ໄດ້ນຳໃຊ້ປືນ k59 ພ້ອມກະສຸນເຕັມແມັກ, ຍິງອອກ 2 ລູກ, ອີກລູກໜຶ່ງ ຄ້າງຢູ່ປືນ ດັ່ງນັ້ນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ປກສ ບ້ານ, ປກສ ກຸ່ມບ້ານ ພ້ອມດ້ວຍພົນລະເມືອງດີ ໄດ້ຈັບຕົວໃນສະຖານທີ່ເກີດເຫດຢ່າງທັນການ ແລ້ວມອບຕົວໃຫ້ເຈົ້າໜ້າທີ່ຕຳຫຼວດ ສົ່ງຄຸມຂັງຫຼັກ 6 ພ້ອມດ້ວຍຂອງກາງ ປືນ k59 ຈຳນວນ 1 ກະບອກ ແລະລູກປືນອີກ 5 ລູກແມ່ນເຈົ້າໜ້າທີ່ເກັບຮັກສາໄວ້ ພ້ອມຈະສືບສວນ-ສອບສວນຫາທີ່ມາຂອງປືນດັ່ງກ່າວນຳພ້ອມ.

ສາຍເຫດທີ່ພາໃຫ້ທ້າວ ເລວັນຕື ເອົາປືນຍິງໃສ່ທ້າວ ຫງວຽນດຶກຟ້ອງ ແມ່ນຍ້ອນຜູ້ກ່ຽວເມົາ, ເວົ້າສຽງດັງ ແລະຢາກຮ້າຍທີ່ທ້າວ ຫງວຽນດຶກຟ້ອງ ໄປແຈ້ງຕຳຫຼວດມາຈັບຜູ້ກ່ຽວ, ຈຶ່ງໄດ້ຍ່າງອອກໄປ ແລ້ວກັບເຂົ້າມາ ພ້ອມດ້ວຍປືນ ຈຶ່ງເຮັດໃຫ້ເປັນເຫດຄືດັ່ງກ່າວ, ເບື້ອງຕົ້ນ ທາງເຈົ້າໜ້າທີ່ໄດ້ຕັ້ງຂໍ້ 2 ຂໍ້ຫາຄື: ຄາດຕະກຳໂດຍເຈດຕະນາ ແລະມີອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ.

 

ຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...