Homeຊີວິດແລະຄວາມຮັກວິທີມັດໃຈຜູ້ບ່າວ "ຄາສໂນວ້າ" ທີ່ສາວໆຄວນຮູ້

ວິທີມັດໃຈຜູ້ບ່າວ “ຄາສໂນວ້າ” ທີ່ສາວໆຄວນຮູ້

Published on

ນີ້ເປັນເລື່ອງຈິ່ງທີ່ຜູ້ບ່າວທີ່ຂຶ້ນຊື່ວ່າເປັນ “ເສືອ” ຫຼື “ຄາສໂນວ້າ” ທີ່ຢາກບອກກັບສາວໆ ທີ່ຕ້ອງການມັດໃຈຊາຍໜຸ່ມສາຍນີ້ມາບອກ ແຕ່ຄວາມຈິງແລ້ວຖ້າຫາກສາວຄົນໃດສາມາດປະຕິບັດຕາມຂໍ້ແນະນຳທີ່ຈະກ່າວໄປຂ້າງລຸ່ມນີ້ໄດ້ຮັບຮອງວ່າ ທ່ານຈະສາມາດມັດໃຈຊາຍໜຸ່ມໄດ້ໝົດທຸກສາຍບໍ່ວ່າຈະເປັນສາຍມິດ, ສາຍຫ້າວ, ສາຍກະລ້ອມອາລົມດີ, ສາຍເສືອ ສິງ ກະທິງ ຫື່ນ ຮັບຮອງວ່າເອົາຢູ່ແນ່ນອນ

ເລີ່ມຕົ້ນກັນທີ່ຂໍ້ທີ 1. ຢ່າເປັນສາວທີ່ມັກເວົ້າຂີ້ຕວະ ຕໍແຫຼເປັນປະຈຳ
2. ເປັນສາວທີ່ເດັດຂາດເວົ້າຈິງເຮັດຈິງ ຖ້າເລີກກໍ່ຄືເລີກ
3. ຢ່າເປັນສາວທີ່ເວລາຜິດໃຈກັນກໍ່ມັກເວົ້າແຕ່ຄຳວ່າເລີກ ເພາະຈະເຮັດໃຫ້ຝ່າຍຊາຍງຸດງິດ ແລະ ນຳໄປສູ່ການນອກໃຈ
4. ຢ່າເປັນສາວທີ່ມັກເວົ້າຄຳຢາບຄາຍເຖິງວ່າຈະອາຍຸເທົ່າກັນ ຫຼື ໃກ້ຄຽງກັນກໍ່ຕາມເຊັ່ນຄຳວ່າ:​ ມຶງ, ກູ, ບັກ… ຮັກກັນມັນຕ້ອງໃຫ້ກຽດກັນ
5. ຢ່າມັກໃຊ້ແຕ່ກຳລັງຕົບຕີແຟນໃນເວລາທີ່ບໍ່ພໍໃຈ ຜູ້ຊາຍກໍ່ມີຄວາມອົດທົນກັບແມ່ຍິງໃນຂີດຈຳກັດ
6. ຕ້ອງມີເວລາສ່ວນຕົວໃຫ້ຝ່າຍຊາຍໄດ້ອອກໄປຫຼິ້ນກັບເພື່ອນຝູງຂອງເຂົາແນ່ ຢ່າຕາມຕິດ ຫຼື ຫຶງຫວງເຂົາຫຼາຍ
7. ຕ້ອງສ້າງກົດໃຫ້ຕົວເອງຄື ບໍ່ໜີທ່ຽງ, ບໍ່ລັກນອກໃຈແຟນ ແລະ ບໍ່ຕໍແຫຼແຟນ
8. ເຮັດໃຫ້ຕົນເອງມີຄ່າໃນສາຍຕາຜູ້ຊາຍ ຢ່າເຂົ້າຫາຜູ້ຊາຍຫຼາຍເກີນໄປ (ຢ່າແຣດ), ຢ່າເຮັດປະຊົດແຟນ ຖ້າຜູ້ຊາຍບໍ່ດີກໍ່ປ່ອຍມັນໄປໂລດ ຢ່າເອົາຕົວເອງໄປເຮັດສິ່ງທີ່ບໍ່ຈົບບໍ່ງາມ
9. ເປັນຕົວຂອງຕົວເອງ ຢ່າໄປຮຽນແບບໃຜ
10. ເປັນແມ່ຍິງເວົ້າຕົງໆ, ເວົ້າຊັດເຈນ ຖ້າບໍ່ມັກບ່ອນໃນຕົວຜູ້ຊາຍບ່ອນໃດກໍ່ບອກເຂົາໄປຕົງໆ ຢ່າໄປເວົ້າຂັວນເຂົາສູ່ົນອື່ນຟັງ
11. ເປັນແມ່ຍິງທີ່ມີສະຕິ ຮູ້ຈັກຄິດກ່ອນເວົ້າ ຮູ້ຈັກວາງຕົວໃຫ້ຖືກກັບກາລະເທສະ
12. ຢ່າຟ້າວໃຫ້ເຂົາຟັນງ່າຍໆ ຄົບໃນຖານະແຟນຄົບໄດ້ແຕ່ຕ້ອງຄິດສະເໝີວ່າຄວາມຮັກຄືເກມ ເກມຄືຄວາມຮັກ ເປີດເກມງ່າຍ ກໍ່ປິດເກມງ່າຍ
13. ຢ່າລ້ຽງຜູ້ຊາຍ ຮັກແຟນກໍ່ເຂົ້າໃຈ ແຕ່ຢ່າເປັນເຈ້ບຸນທຸ້ມ ໄປກິນເຂົ້າຫານສອງກໍ່ໄດ້ ຈົ່ງຈຳໄວ້ເພາະຜູ້ຊາຍທີ່ດີມີຄວາມເປັນຜູ້ນຳພໍຝາກຊີວິດໄວ້ໄດ້ ເຂົາຈະບໍ່ເອົາເງິນແມ່ຍິງ
14. ຢ່າເປັນສາວມັກຈົ່ມ, ມັກດ່າ ເພາະຜູ້ຊາຍເຂົາຈະລຳຄານແມ່ຍິງປະເພດນີ້ທີ່ສຸດ
15. ຢ່າເປັນຝ່າຍຮັບຢ່າງດຽວ ເຖິງວ່າແຟນໜຸ່ມຂອງທ່ານຈະທຸ້ມເທເຮັດນັ້ນນີ້ ເອົາໃຈໃສ່ທ່ານພຽງໃດກໍ່ຕາມແຕ່ຢ່າປ່ອຍໃຫ້ເຂົາເຮັດໃຫ້ທ່ານຝ່າຍດຽວ ເພາະຖ້າເຂົາເມືອຍເຂົາກໍ່ປ່ຽນໃຈໄດ້ ສະນັ້ນ ຕົວທ່ານເອງກໍ່ຕ້ອງຮູ້ຈັກຕອບແທນເຂົາແນ່ຈັກເລັກໜ້ອຍເຊັ່ນ: ເຮັດອາຫານໃຫ້ເຂົາກິນ, ເຮັດນັ້ນນີ້ເລັກໆນ້ອຍໆຕອບແທນເຂົາແນ່
16. ຢ່າເປັນຄົນເອາແຕ່ໃຈ ແລະ ເຈົ້າອາລົມຫຼາຍເກີນໄປ ເພາະບາງຄັ້ງຜູ້ຊາຍດີໆເຂົາກໍ່ເມື່ອຍທີ່ຈະເອົາໃຈທ່ານ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...