spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສັນຍານເຕືອນໄພ ພະຍາດເບົາຫວານ

5 ສັນຍານເຕືອນໄພ ພະຍາດເບົາຫວານ

Published on

ພະຍາດເບົາຫວານ ບໍ່ແມ່ນຈະເປັນນຳແຕ່ຜູ້ທີ່ຕຸ້ຍເທົ່ານັ້ນ, ຜູ້ທີ່ຈ່ອຍກໍເປັນໄດ້ເຊັ່ນກັນ ເພາະພະຍາດເບົາຫວານບໍ່ໄດ້ສະແດງອອກມາຊັດເຈນ ເຊິ່ງຮູບຮ່າງເປັນແນວໃດກໍສາມາດເປັນພະຍາດເບົາຫວານໄດ້, ແຕ່ພະຍາດເບົາຫວານນີ້ ມີສັນຍານເຕືອນໃຫ້ເຮົາຮູ້ໄດ້ ໂດຍສະເພາະຄົນທີ່ມີຄວາມສ່ຍງພິເສດເຊັ່ນ: ມີຄົນໃນຄອບຄົວເຄີຍເປັນ ຫຼືເຄີຍກວດສຸຂະພາບພົບວ່ານໍ້າຕານໃນເລືອດສູງ ຫຼືໃນນໍ້າປັດສະວະສູງ

  1. ເຫືອກເປັນບາດແຜອັກເສບ ຕິດເຊື້ອ: ເຫືອກເປັນອະໄວຍະວະສ່ວນໜຶ່ງທີ່ອາດເປັນບາດແຜໄດ້ງ່າຍ, ຖ້າຫາກລະດັບນໍ້າຕານໃນເລືອດຂອງເຮົາຫາກສູງ ແຜໃນເຫືອກກໍຍິ່ງອັກເສບ ແລະຕິດເຊື້ອໄດ້ງ່າຍ ແລະດີຍາກກວ່າປົກກະຕິ
  2. ຜິວດ່າງດຳ: ໂດຍສະເພາະໃນບໍລິເວນຫຼັງຄໍ ເຈົ້າອາດພົບວ່າສີຜິວບໍ່ສະໝໍ່າສະເໝີ, ມີສີດຳ ຫຼືຜິວກະດ່າງດຳ ບໍ່ສະໝໍ່າສະເໝີ ເຊິ່ງເປັນສັນຍານບົ່ງບອກເຖິງອາການຜິດປົກກະຕິໃນການເຮັດວຽກຂອງອິນຊູລິນ ເຮັດໃຫ້ຮ່າງກາຍສູນເສຍໂຮໂມນທີ່ເຮັດໃຫ້ຄວບຄຸມລະດັບກລູໂຄສ ຈົນອາດເຮັດໃຫ້ໄປສູ່ພະຍາດເບົາຫວານໄດ້
  3. ຮູ້ສຶກເຈັບບໍລິເວນຝາຕີນ: ຮູ້ສຶກຄືກັບໄຟຊ໋ອດເລັກໜ້ອຍ, ຮູ້ສຶກເຈັບໆ ແປັບໆ ຈົນເຮັດໃຫ້ສູນເສຍການສົມດູນໃນການຍ່າງ, ຢືນ ຫຼືລວມເຖິງການສູນເສຍຄວາມຮູ້ສຶກ ກັບສິ່ງທີ່ສຳຜັດກັບຕີນ
  4. ສູນເສຍການເບິ່ງ ແລະການໄດ້ຍິນ: ເມື່ອລະດັບນໍ້າຕານຂຶ້ນສູງເລື້ອຍໆ ລະບົບປະສາດຕ່າງໆ ຈະເລີ່ມຖືກທຳລາຍ ລວມເຖິງເຣຕິນາໃນດວງຕາ, ລວມເຖິງທາດແຫຼວໃນດວງຕາທີ່ຜິດປົກກະຕິ ເຮັດໃຫ້ເຈົ້າເຫັນພາບມົວໆ ເບີໆ ບໍ່ຊັດເຈນ ແລະຍັງເຮັດໃຫ້ລະບົບປະສາດການໄດ້ຍິນ ເຮັດວຽກຜິດປົກກະຕິ
  5. ຢາກນອນຫຼາຍຂຶ້ນ: ໃຜທີ່ນອນແລ້ວນອນອີກ ນອນແນວໃດກໍບໍ່ອິ່ມຕາ ອາດເປັນເພາະລະດັບນໍ້າຕານໃນເລືອດສູງເກີນໄປ ຈົນສ່ຽງເປັນພະຍາດເບົາຫວານ, ນອກຈາກນີ້ ບາງຄົນຍັງມີບັນຫາຂອງການນອນຫຼັບໃນຕອນກາງຄືນ ຈົນເຮັດໃຫ້ຢາກນອນໃນຕອນສວາຍ ເຊິ່ງຫາກນອນບໍ່ເປັນເວລາ ກໍຈະເພີ່ມຄວາມສ່ຽງເປັນພະຍາດເບົາຫວານຫລາຍຂຶ້ນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...