Homeຂ່າວ​ໄອ​ທີນັກສຶກສາ ມຊ ຄວ້າ 2 ລາງວັນຈາກການແຂ່ງຂັນ ນະວັດຕະກໍາຊາວໜຸ່ມ ຢູ່ທີ ສປ ຈີນ

ນັກສຶກສາ ມຊ ຄວ້າ 2 ລາງວັນຈາກການແຂ່ງຂັນ ນະວັດຕະກໍາຊາວໜຸ່ມ ຢູ່ທີ ສປ ຈີນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 01 ມີນາ 2017ວ່າ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຄວ້າ 2 ລາງວັນຈາກການແຂ່ງຂັນ ນະວັດຕະກໍາຊາວໜຸ່ມ ກ່ຽວກັບການພັດທະນາ ແລະ ການປົກຄອງເຂດແມ່ນໍ້າ ລ້ານຊ້າງ-ແມ່ຂອງ ໃນຫົວຂໍ້ ການປ່ຽນແປງດິນຟ້າອາກາດ ແລະ ການປົກປ້ອງໄພພິບັດ ໃນລະຫວ່າງວັນທີ 12-16 ມັງກອນ 2017 ຢູ່ທີ່ເມືອງ ໜານໜິງ ສປ ຈີນ.

ໃນການແຂ່ງຂັນດັ່ງກ່າວ, ສປປ ລາວ ກໍ່ຄື ມະຫາວິທະຍາໄລແຫ່ງຊາດ ໄດ້ສົ່ງນັກສຶກສາ 6 ຄົນເຂົ້າຮ່ວມແຂ່ງຂັນ, ເຊິ່ງແບ່ງອອກເປັນ 2 ກຸ່ມ ແລະ ກໍາມະການຕັດສິນ 2 ທ່ານ, ເຊິ່ງຜົນການແຂ່ງຂັນແມ່ນນັກສຶກສາລາວ 2 ກຸ່ມໄດ້ຮັບລາງວັນ ຄື ທີມທີ 1 ປະກອບມີ ທ້າວ ວັນສີ ເພັງທະແຈ່ມ, ທ້າວ ສັນຕິສຸກ ລັດດາວົງ ແລະ ນາງ ແສງຕາວັນ ດວງພະຈັນ ໄດ້ຄິດຄົ້ນການນໍາໃຊ້ຕົ້ນໃບເຕີຍ ເຂົ້າໃນການຫຼຸດຜ່ອນຜົນກະທົບຢູ່ໂຕຣຟິເຄເຊິນ ໂດຍໄດ້ຮັບລາງວັນ ນະວັດຕະກໍາທີ່ດີເລີດ ແລະ ເງິນສົດ ຈໍານວນ 3.000 ຢວນ ແລະ ກຸ່ມທີ 2 ປະກອບມີ ທ້າວ ໄຊປະຊາ ລາດຊະວົງ, ນາງ ລັກສະນີ ພົງພັນ ແລະ ນາງ ທິບສະຫວັນ ສີລາກຸນ ໄດ້ຄິດຄົ້ນ ແພໄມ້ປ່ອງເພື່ອປ້ອງກັນການລະເຫີຍອາຍຂອງນໍ້າ ໂດຍໄດ້ຮັບລາງວັນ ໂຄງການບົ່ມເພາະດີເລີດ ແລະ ເງິນສົດ ຈໍານວນ 10.000 ຢວນ.

ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້, ປະກອບມີ 6 ປະເທດເຂົ້າຮ່ວມ ໄດ້ແກ່: ປະເທດກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ປະເທດຈີນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...