Homeຂ່າວຕ່າງປະເທດເສິກຊາຍແດນມຽນມາເດືອດ! ໄລຍະ 3 ເດືອນມີຄົນເສຍຊີວິດແລ້ວຢ່າງໜ້ອຍ 160 ຄົນ

ເສິກຊາຍແດນມຽນມາເດືອດ! ໄລຍະ 3 ເດືອນມີຄົນເສຍຊີວິດແລ້ວຢ່າງໜ້ອຍ 160 ຄົນ

Published on

ເວັບໄຊຂ່າວ ມະຕິຊົນອອນລາຍ ລາຍງານເມື່ອວັນທີ 28 ກຸມພາ 2017 ທີ່ຜ່ານມາວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 160 ຄົນ ໃນໄລຍະ 3 ເດືອນ ຈາກເຫດການປະທະກັນລະຫວ່າງກອງທັບມຽນມາ ແລະ ຊົນກຸ່ມນ້ອຍຕິດອາວຸດ ບໍລິເວນຊາຍແດນມຽນມາທີ່ຕິດກັບຈີນໃນລັດຊານຂອງມຽນມາ ຈາກການເປີດເຜີຍຂອງເຈົ້າໜ້າທີ່ຂັ້ນສູງຂອງກອງທັບມຽນມາ ທ່າມກາງຄາມພະຍາຍາມການເຈລະຈາຂອງທັງສອງຝ່າຍທີ່ບໍ່ເຫັນຜົນດີຂຶ້ນ

ນອກຈາກມີຜູ້ເສຍຊີວິດແລ້ວ ຍັງມີຜູ້ຄົນອົບພະຍົບຈາກຖິ່ນຖານຫຼາຍກວ່າ 20,000 ຄົນ ນັບຕັ້ງແຕ່ເກີດມີການຕໍ່ສູ້ກັນລະຫວ່າງກອງທັບທະຫານ ກັບ ຊົນກຸ່ມນ້ອຍຕິດອາວຸດ ເຊິ່ງເລີ່ມຕັ້ງແຕ່ເດືອນພະຈິກເປັນຕົ້ນມາ ເຊິ່ງເຫດການຄວາມວຸ້ນວາຍດັ່ງກ່າວໄດ້ລຸກລາມໄປຮອດລັດກະຈິ່ນທີ່ເປັນລັດຢູ່ຂ້າງຄຽງ ເຊິ່ງເປັນອຸປະສັກຂັດຂວາງເຮັດໃຫ້ຄວາມພະຍາຍາມໃນການເຈລະຈາສັນຕິພາບເພື່ອການຢຸດຕິຄວາມຂັດແຍ້ງບໍລິເວນຊາຍແດນທີ່ດຳເນີນມາຍາວນານຫຼາຍສິບປີ ຂອງລັດຖະບານມຽນມາພາຍໃຕ້ການນຳຂອງທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ຕ້ອງຖືກຢຸດຕິລົງ ປັດຈຸບັນນີ້ຜູ້ຊ່ຽວຊານຈຳນວນຫຼາຍລະບຸວ່າ ການຕໍ່ສູ້ປະທະກັນທີ່ບໍລິເວນຊາຍແດນໃນຄັ້ງນີ້ແມ່ນມີຄວາມຮຸນແຮງທີ່ສຸດໃນຮອບ 30 ປີຜ່ານມາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...