spot_img
Homeຂ່າວຕ່າງປະເທດດູໄບ ເປີດຕົວ ແຮມເບີເກີ້ທອງຄຳ

ດູໄບ ເປີດຕົວ ແຮມເບີເກີ້ທອງຄຳ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດທຸລະກິດອາຫານເປີດໂຕແຮມເບີເກີ້ເຄືອບທອງຄຳແທ້ ເປີດຕົວຂາຍໃນເທດສະການອາຫານ Food Truck ທີ່ນະຄອນດູໄບ ແຮມເບີເກີ້ທອງຄຳໄດ້ຮັບແຮງບັນດານໃຈມາຈາກຕຶກ ເບຣິກ ຄາລິຟາ ຕຶກສູງທີ່ສຸດໃນໂລກນັ້ນເອງ

ໂຣເດຣີ່ ບໍລິສັດທຸລະກິດຊັ້ນນຳດ້ານອາຫານຈາກປະເທດອັງກິດ ໄດ້ເຮັດແຮມເບີເກີ້ເຄືອບທອງຄຳແທ້ ເພີ່ມມູນຄ່າໃນຟາສຟູ໊ດນີ້ຢ່າງມະຫາສານ ດ້ວຍການໃສ່ຊີ່ນວາກິວບົດ 4 ຊັ້ນ ລວມທັງຕັບຫ່ານ (ຟົວກຣາສ) ໃຊ້ໂຮຍໜ້າ ພ້ອມກັບປິດຕົວຂະໜົມປັງເຄືອບທອງຄຳແທ້ 24 ກະຣັດ ສຳລັບລາຄາຂອງແຮມເບີເກີ້ທອງຄຳອັນນີ້ ຢູ່ທີ່ປະມານ 230 ດີຣາມ ຫຼື ປະມານ 500,000 ກີບ ຕໍ່ອັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...