spot_img
Homeຂ່າວພາຍ​ໃນລາຄາມັນຕົ້ນຕົກຕ່ຳສຸດ ເກືອບເຫຼືອພຽງກິໂລລະ 200 ກີບ ຊາວສວນມັນຕົ້ນເດືອດຮ້ອນ

ລາຄາມັນຕົ້ນຕົກຕ່ຳສຸດ ເກືອບເຫຼືອພຽງກິໂລລະ 200 ກີບ ຊາວສວນມັນຕົ້ນເດືອດຮ້ອນ

Published on

ລາຄາມັນຕົ້ນປີນີ້ຕົກຕ່ຳກວ່າທີ່ຄາດການໄວ້ ຈາກລາຄາເກົ່າ 600 ຕໍ່ກິໂລ ແຕ່ຕອນນີ້ຫຼຸດເຫຼືອພຽງ 220 ກີບຕໍ່ກິໂລກຣາມ ຊາວສວນມັນເດືອດຮ້ອນໜັກ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາແກ້ໄຂດ່ວນ!

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 27 ກຸມພາ 2017 ວ່າ ປີນີ້ຜົນຜະລິດກະສິກຳມັນຕົ້ນ ຂອງປະຊາ ຊົນ ເມືອງເຊໂປນ ນັບທັງເມືອງໃກ້ຄຽງ ຂອງແຂວງສະຫວັນນະເຂດ ປະກົດວ່າ ມີປະລິມານຫລາຍ ອັນໄດ້ເຮັດ ບໍລິ ສັດປຸງແຕ່ງມັນຕົ້ນ ເຊໂປນຈຳຕ້ອງໄດ້ ກົດລາຄາຈາກເດີມ ທີ່ເຄີຍເກັບຊື້ ໃນເບື້ອງຕົ້ນ 600 ກີບຕໍ່ກິໂລ ຫລຸດລົງມາຢູ່ໃນລະດັບ 370-220 ກີບຕໍ່ກິໂລ ໂດຍໄດ້ອ້າງເຫດຜົນວ່າມັນຕົ້ນຂອງປະຊາຊົນ ທີ່ນຳມາຂາຍໃຫ້ກັບ ໂຮງງານບໍ່ມີຄຸນະພາບ ມີທາດແປ້ງຕ່ຳ ເຊິ່ງເຮັດໃຫ້ປະຊາຊົນ ຜູ້ທີ່ປູກມັນຕົ້ນ ເກີດຄວາມບໍ່ພໍໃຈເປັນຢ່າງຍິ່ງ.

ຕໍ່ກັບບັນຫາດັ່ງກ່າວນີ້ ໃນອາທິດຜ່ານມາ, ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງເຊໂປນ ໄດ້ລົງຕິດຕາມແກ້ໄຂ ສະພາບການຊື້-ຂາຍມັນຕົ້ນ ຮ່ວມບໍລິສັດດັ່ງກ່າວ ພ້ອມທັງຊອກຫາ ສາເຫດທີ່ບໍລິສັດ ອ້າງຂຶ້ນແຕ່ກໍບໍ່ສາມາດ ມີທາງອອກທີ່ດີໄດ້. ຢ່າງໃດກໍຕາມທາງບໍລິສັດ ກໍຍັງຢືນຢັນ ເຫດຜົນວ່າ ແປ້ງມັນຕົ້ນຂອງປະຊາຊົນ ທີ່ນຳມາຂາຍນັ້ນບໍ່ມີຄຸນະພາບແຫ່ວເໜົ່າ, ອີກຢ່າງໜຶ່ງວ່າໂຮງ ງານທີ່ປຸງແຕ່ງມັນຕົ້ນ ແມ່ນຕິດຂັດເລື້ອຍໆ, ທັງເປັນໂຮງງານຂະໜາດນ້ອຍ, ລວມທັງໂຮງງານມີ ສາງເກັບມ້ຽນ ໃນຂອບເຂດຈຳກັດ ແລະ ບໍ່ສາມາດເກັບຊື້ໄດ້ ຕາມຄວາມຕ້ອງການ ຂອງປະຊາຊົນ ເພາະໃນປີນີ້ ປະກົດວ່າມີປະຊາຊົນ ໄດ້ນຳເອົາຜົນຜະລິດມັນຕົ້ນນຳມາຂາຍ ໃຫ້ບໍລິສັດ ຫລາຍ ເປັນປະວັດການ ອັນໄດ້ເຮັດໃຫ້ກຳລັງຊື້ຈຳກັດ. ປັດຈຸບັນນີ້ ປະຊາຊົນເປັນຈຳນວນຫລາຍ ຈຳເປັນຕ້ອງໄດ້ລໍຖ້າ ເປັນຄິວ ເພື່ອຂາຍ ມັນຕົ້ນເຊິ່ງໃຊ້ເວລາ 3-8 ວັນ ກໍຍັງບໍ່ໄດ້ຂາຍແລະ ເປັນເຫດ ໃຫ້ມັນຕົ້ນເໜົ່າ ທີ່ເປັນເງື່ອນໄຂ ໜຶ່ງທີ່ທາງຜູ້ຊື້ ໄດ້ກົດລາຄາ.

ບໍລິສັດ ປຸງແຕ່ງມັນຕົ້ນເຊໂປນ ແມ່ນເປັນບໍລິສັດໜຶ່ງ ທີ່ມີການລົງທຶນ ຈາກຕ່າງປະເທດ ໂດຍ ສະເພາະແມ່ນ ສສ ຫຽດນາມ ຊຶ່ງວັນໜຶ່ງສາມາດ ນຳເອົາມັນຕົ້ນດິນ ເຂົ້າປ້ອນໂຮງງານ ປະມານ 280 ໂຕນ/ວັນ ແລະ ສາມາດຜະລິດແປ້ງ ມັນຕົ້ນ ສຳເລັດຮູບໄດ້ 70 ໂຕນ/ວັນ ແລະ ຕາມການຄາດຄະເນ ປີນີ້ບໍລິສັດຈະຮັບຊື້ມັນຕົ້ນ ເຂົ້າປ້ອນໂຮງງານ ໃນປະລິມານ 20.000 ກວ່າໂຕນ

 

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ວິດີໂອປະກອບຈາກ: Phoufai VOrachark

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...