Homeວິທະຍາສາດ-ວິທະຍາການແຄບຊູລພາກພື້ນດິນ ສິ່ງປະດິດໃໝ່ຂອງດູໄບ

ແຄບຊູລພາກພື້ນດິນ ສິ່ງປະດິດໃໝ່ຂອງດູໄບ

Published on

Bjarke Ingels Group (BIG) ບໍລິວັດສະຖາປະນິກລາຍໃຫຍ່ ແລະ Hyperloop One ເຈົ້າຂອງເທັກໂນໂລຢີການຂົນສົ່ງລ້ຳຍຸກ ດ້ວຍການສະໜັບສະໜູນຂອງກົມຂົນສົ່ງທາງບົກເມືອງດູໄບ ປະເທດສະຫະລັດອາຫຼັບເອມິເຣດ ໄດ້ຮ່ວມກັນອອກແບບລະບົບຂົນສົ່ງອັດຕະໂນມັດລະຫວ່າງເມືອງ ດູໄບ ແລະ ເມືອງ ອາບຸດາບີ ທີ່ບໍ່ພຽງແຕ່ຈະໄວທີ່ສຸດເທົ່ານັ້ນ ແຕ່ຍັງສະດວກສະບາຍສຸດໆ ດ້ວຍແນວຄິດ “ອອກຈາກປະຕູດຽວໄວຮອດຈຸດໝາຍ”

Hyperloop One ກຳລັງພັດທະນາເທັກໂນໂລຢີຂົນສົ່ງຜູ້ໂດຍສານ ແລະ ສິນຄ້າດ້ວຍລົດແບບແຄບຊູລແລ່ນໃນທໍ່ເຫຼັກທີ່ມີຄວາມດັນຕ່ຳ ແຄບຊູລຈະຖືກຍົກລອຍເໜືອລາງເລັກໜ້ອຍ ແລະ ແລ່ນໄປດ້ວຍຄວາມໄວເກືອບເທົ່າຄວາມໄວສຽງ ໄວກວ່າເຮືອບິນ ຂັບເຄື່ອນດ້ວຍລະບົບໄຟຟ້າ ແລະ ຄອມເພຣສເຊີ ບໍ່ມີການປ່ອຍສານຜິດ ບໍ່ມີສຽງ ແລະ ບໍ່ໄດ້ສົ່ງຜົນກະທົບໃດທຕໍ່ສະພາບອາກາດ

Hyperloop One ໄດ້ທົດສອບລະບົບຂັບເຄື່ອນທີ່ກາງແຈ້ງໃນທະເລຊາຍນອກເມືອງ ລາສເວກັສ ເມື່ອເດືອນ ພະຈິກ 2016 ທີ່ຜ່ານມາ ເຮັດຄວາມໄວເຖິງ 187 ກມ/ຊມ ໃນເວລາພຽງ 1.1 ວິນາທີເທົ່ານັ້ນ ສຳລັບເສັ້ນທາງດູໄບ-ອາບູດາບີທີ່ຫ່າງກັນປະມານ 15 ກມ ນັ້ນຄາດວ່າຈະໃຊ້ເວລາເດີນທາງພຽງ 20 ນາທີ ຫາກເດີນທາງດ້ວຍລົດຍົນຕ້ອງໃຊ້ເວລາເຖິງ 2 ຊົ່ວໂມງ

ຜູ້ໂດຍສານຈອງປີ້ການເດີນທາງດ້ວຍ Hyperloop One ໄດ້ທາງມືຖື ແລະ ໄປຂຶ້ນລົດທີ່ສະຖານີທີ່ມີຊື່ວ່າ “portal” ແລ້ວກໍ່ຍ່າງໄປຫາສາຍລົດທີ່ຕົນຈອງໄວ້ (ແບບລົດເມ) ຈາກນັ້ນກໍ່ເຂົ້າໄປນັ່ງໃນແຄບຊູລ “pod” ໄດ້ເລີຍ ແຕ່ລະ pod ຈະບັນຈຸຜູ້ໂດຍສານໄດ້ 6 ຄົນ ແລະ ມີ pod ຫຼາຍແບບໃຫ້ເລືອກນັ່ງເຊັ່ນ:​ ຫ້ອງນັ່ງຫຼິ້ນ,​ ຫ້ອງເຮັດວຽກ ຫຼື ຫ້ອງປະຊຸມ ແລ້ວແຕ່ຜູ້ໂດຍສານຈະເລືອກໃຊ້ຊ່ວງເວລາໃດເດີນທາງເພື່ອເຮັດສິ່ງໃດ

pod ກໍ່ຈະເດີນທາງໂດຍອັດຕະໂນມັດໄປທີ່ສະຖານີຂອງ Hyperloop One ເຊິ່ງຈະຈັດລວມກຸ່ມ 4 podsນຳເຂົ້າໄປໃນແຄບຊູລ ທີ່ມີຊື່ວ່າ “transporters” ເມື່ອພ້ອມ transporters ຈະຖືກນຳເຂົ້າໄປໃນທໍ່ກ່ອນທີ່ຈະເດີນທາງດ້ວຍຄວາມໄວ 1,2000 ກມ./ຊມ. ເມື່ອໄປຮອດສະຖານີ (portal) ປາຍທາງແລ້ວ pod ຈະໄປສົ່ງຜູ້ໂດຍສານໄປຍັງຈຸດໝາຍທີ່ກຳນົດໄວ້ໂດຍໃຊ້ຖະໜົນພາຍໃນເມືອງຄືກັນກັບລົດຍົນທົ່ວໄປ ນັບວ່າເປັນການເດີນທາງທີ່ໄວທີ່ສຸດ

ຖ້າຍາກຈະເດີນທາງດ້ວຍເທັກໂນໂລຢີລ້ຳຍຸກສະໄໝແບບນີ້ ຄົງຕ້ອງໃຊ້ເວລາໃນການສ້າງດົນສົມຄວນ ໃນລະຫວ່າງນີ້ເຮົາມາເບິ່ງວິດີໂອແນະນຳກ່ອນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...