Homeຂ່າວການສຶກສາປະກາດທຶນການສຶກສາ ຈາກປະເທດ South Korea !

ປະກາດທຶນການສຶກສາ ຈາກປະເທດ South Korea !

Published on

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍ ຊາບວ່າ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ກໍາລັງເປິດຮັບສະໝັກຜູ້ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ແລະ ປະລິນຍາເອກ (Doctoral Degree) ພາຍໃຕ້ທຶນການສຶກສາ 2017 Korean Government Scholarship Program (KGSP) for Graduate Program ທີ່ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມ(Kumoh National Institute of Technology), ປະເທດເກົາຫຼີ. ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ແມ່ນສາມາດເຂົ້າເບິ່ງລາຍລະອຽດກ່ຽວກັບສະຖາບັນໄດ້ທີ່:

http://eng.kumoh.ac.kr/e_new/

ແລະ ລາຍລະອຽດທຶນການສຶກສາ ແລະ ແບບຟອມສະໝັກໄດ້ທີ່:

https://drive.google.com/…/fo…/0B5gNlOvKVU0CTjFlUy1RZDlONmc…

ຂັ້ນຕອນການສະໝັກ: ຜູ້ທີ່ສົນໃຈສາມາດສະໝັກເອົາທຶນດັ່ງກ່າວນີ້ໄດ້ 2 ວິທີຄື:
ສະໝັກໂດຍກົງກັບສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ທີ່ ປະເທດເກົາຫຼີ, ເຊິ່ງຜູ້ສະໝັກຕ້ອງສົ່ງແບບຟອມສະໝັກເຖິງສະຖາບັນບໍ່ໃຫ້ກາຍວັນທີ: 26 ມີນາ 2017.
ສະໝັກຜ່ານສະຖານທູດປະເທດເກົາຫຼີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງຜູ້ສະໝັກສາມາດປະສານໂດຍກົງກັບສະຖານທູດກ່ຽວກກັບລາຍລະອຽດຂັ້ນຕອນການສະໝັກ ແລະ ວັນປິດຮັບສະໝັກ.

 

ແຫລ່ງຂ່າວຈາກ: http://www.laoyouth-radio.com

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...