Homeຂ່າວຕ່າງປະເທດສາຍການບິນປາກິສຖານ ຂາຍປີ້ຍົນໃຫ້ຜູ້ໂດຍສານເກີນບ່ອນນັ່ງ

ສາຍການບິນປາກິສຖານ ຂາຍປີ້ຍົນໃຫ້ຜູ້ໂດຍສານເກີນບ່ອນນັ່ງ

Published on

ເວັບໄຊ ຂ່າວ ມະຕິຊົນ ລາຍງານເມື່ອວັນທີ 25 ກຸມພານີ້ວ່າ ສານດານບິນປາກິສຖານ ອິນເຕີເນຊັ່ນແນລ ແອຣໄລນ໌ ຫຼື ພີໄອເອອອກມາຍອມຮັບວ່າ ໄດ້ວຂາຍຕົວໃຫ້ຜູ້ໂດຍສານ 7 ຄົນໃນທ້ຽວບິນທີ່ເດີນທາງຈາກເມືອງກາຣາຈີ ຂອງປາກິສຖານ ໄປທີ່ເມືອງ ເມດີນາຂອງ ຊາອຸດິອາຣະເບຍ ເມື່ອວັນທີ 20 ມັງກອນ 2017 ທີ່ຜ່ານມາ

ເຮືອບິນໂບອິ້ງ 777 ບັນຈຸຄົນໄດ້ 409 ບ່ອນນັ່ງ ລວມທີ່ນັ່ງຂອງພະນັກງານ ແຕ່ປະກົດວ່າທ້ຽວບິນຂອງວັນທີ 20 ມັງກອນ 2017 ນັ້ນມີຜູ້ໂດຍສານລວມທັງໝົດ 416 ເຊິ່ງໄດ້ເກີນບ່ອນນັ່ງເຖິງ 7 ຄົນ ໂດຍພະນັກງານພາກພື້ນດິນຂອງສາຍການບິນໄດ້ຂຽນ ບອດດິງພາສດ້ວຍລາຍມືເພື່ອໃຫ້ຜູ້ໂດຍສານນຳໄປໃຊ້ຢື່ນທີ່ເຮືອບິນໃນເວລາຢູ່ໃນເຄື່ອງ

ລາຍງານລະບຸວ່າ ນີ້ຖືເປັນຄັ້ງທຳອິດທີ່ພົບວ່າສາຍການບິນ ພີໄອເອໄດ້ອະນຸຍາດໃຫ້ຜູ້ໂດຍສານຂຶ້ນເຮືອບິນເກີນກຳນົດທີ່ວາງໄວ້.

ຂະນະທີ່ກັບຕັນຂອງເຮືອບິນລຳດັ່ງກ່າວລະບຸວ່າ ບໍ່ເຄີຍຮູ້ຂໍ້ມູນຂອງຜູ້ໂດຍສານທີ່ເພີ່ມຂຶ້ນຈົນເມື່ອນຳຍົນຂຶ້ນບິນແລ້ວ ແລະ ເຂົາບໍ່ເຄີຍໄດ້ຮັບແຈ້ງຂໍ້ມູນໃດໆ ຈາກເພີເຊີໃນເລື່ອງດັ່ງກ່າວ ກ່ອນທີ່ເຮືອບິນຈະປິດປະຕູ ດັ່ງນັ້ນເມື່ອນຳເຮືອບິນຂຶ້ນໄປແລ້ວ ກໍ່ບໍ່ສາມາດນຳເຮືອບິນກັບລົງມາຈອດທີ່ສະໜາມບິນຄືນໃນເວລານັ້ນໄດ້ ເພາະບໍ່ສອດຄ່ອງກັບນະໂຍບາຍຂອງສາຍການບິນ.

ໂຄສົກຂອງສາຍການບິນພີໄອເອລະບຸວ່າ ເລື່ອງນີ້ກຳລັງມີການສອບສວນ ແລະ ດຳເນີນການແບບເໝາະສົມ ແຕ່ຍັງບໍ່ມີການກຳນົດວັນເວລາຢ່າງຊັດເຈນວ່າຈະໄດ້ຂໍ້ສະຫຼຸບເມື່ອໃດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...