spot_img
Homeນານາສາລະວິທີແກ້ອາການປວດປັດສະວະເລື່ອຍໆໃນຕອນເດິກ

ວິທີແກ້ອາການປວດປັດສະວະເລື່ອຍໆໃນຕອນເດິກ

Published on

ບັນຫາການປວດປັດສະວະໃນຕອນເດິກເລື່ອຍໆ ບາງຄົນກຳລັງນອນແຊ໊ບໆ ພໍເດິກມາກໍ່ຮູ້ສຶກປວດປັດສະວະເຂົ້າຫ້ອງນ້ຳ ບາງຄືນປວດຮອດ 2-3 ເທື່ອ ເຊື່ອເລີຍວ່າເລື່ອງນີ້ເປັນການລົບກວນການນອນທີ່ສຸດ ຫຼາຍຄົນກໍ່ຄົງເຄີຍເປັນອາການແບບນີ້ ສຳລັບແອັດມິນເປັນຕະຫຼອດ ມື້ນີ້ກໍ່ເລີຍໄປຫາວິທີແກ້ໄຂອາການປວດປັດສະວະຕອນກາງຄືນມາຝາກ ແລ້ວມັນຈະເຮັດແບບໃດນັ້ນເຮົາມາອ່ານພ້ອມກັນເລີຍ

ວິທີແກ້ໄຂ

  1. ຕ້ອງປ່ຽນແປງພຶດຕິກຳການກິນການດື່ມຂອງຕົນເອງກ່ອນ ເຊັ່ນ: ພໍເວລາຮູ້ສຶກປວດປັດສະວະເບົາໆ ປົກກະຕິພໍປວດປຸບຕ້ອງລຸກໄປເຂົ້າຫ້ອງນ້ຳປັບ ແຕ່ເຮົາລອງປ່ຽນໃໝ່ ເທື່ອນີ້ຕອນທີ່ມັນຍັງບໍ່ທັນປວດແຮງກໍ່ອັ້ນໄວ້ກ່ອນ ພໍໃຫ້ມັນຮູ້ສຶກປວດມາແຮງໆແລ້ວຄ່ອຍໄປຫ້ອງນ້ຳ
  2. ຫຼັງ 20:00ໂມງ ງົດການດື່ມນ້ຳ, ງົດເຄື່ອງດື່ມທີ່ເປັນນ້ຳທຸກຊະນິດ
  3. ນອກຈາກງົດດື່ມນ້ຳແລ້ວກໍ່ບໍ່ຄວນກິນໝາກປະເພດ ໝາກນັດ, ອະງຸ່ນ, ແຄນຕາລູ, ໝາກໂມ, ໝາກແຕງ, ສາລີ້ ແລະ ອື່ນໆ
  4. ເວລານອນພະຍາຍາມເຮັດໃຫ້ຮ່າງກາຍຮູ້ສຶກອຸ່ນສະບາຍ ຢ່າໃຫ້ຮູ້ສຶກເຢັນຫຼາຍ ເພາະຄວາມເຢັນຈະເຮັດໃຫ້ທ່ານປວດປັດສະວະໄດ້
  5. ບໍ່ຄວນດື່ມນ້ຳເຢັນຫຼາຍ ເພາະນ້ຳເຢັນເປັນຕົວກະຕຸ້ນປັດສະວະໄດ້ເປັນຢ່າງດີ

ຄົນທີ່ມັກປັດສະວະຕອນກາງເດິກເລື່ອຍໆກໍ່ລອງເອົາວິທີຂ້າງເທິງນີ້ໄປໃຊ້ລອງເບິ່ງເດີ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...