spot_img
Homeນານາສາລະວິທີປົວສົ້ນໜ່ອງແຕກ

ວິທີປົວສົ້ນໜ່ອງແຕກ

Published on

ສຳລັບຄົນທີ່ມີບັນຫາສົ້ນໜ່ອງແຕກ ກໍ່ຈະຮູ້ເລີຍວ່າມັນໜ້າລຳຄານພຽງໃດ ເພາະນອກຈາກຈະເປັນຮ່ອງບໍ່ງາມໜ້າເບິ່ງແລ້ວ ແຖມມັນຍັງຂູດເກາະມຸ້ງ, ຜ້າປູ,​ ຜ້າຫົ່ມໃນເວລານອນອີກ ດັ່ງນັ້ນ ມື້ນີ້ແອັດກໍ່ເລີຍຈະມາເອົາໃຈຄົນທີ່ສົ້ນໜ່ອງແຕກທັງຫຼາຍ ໂດຍນຳເອົາສູດວິທີການຮັກສາສົ້ນໜ່ອງແຕກມາຝາກ ເຊິ່ງຈະເຮັດໄດ້ແນວໃດນັ້ນເຮົາມາເບິ່ງພ້ອມກັນເລີຍ

1. ສູດນ້ຳເຜິ້ງ ວິທີໃຊ້ພຽງເທນ້ຳເຜິ້ງລົງນ້ຳອຸ່ນຈາກນັ້ນກໍ່ເອົາສຳລີຈຸ່ມນ້ຳທາທີ່ສົ້ນໜ່ອງທາທຸກມື້ປະໄວ້ 20 ນາທີແລ້ວຈິ່ງລ້າງອອກ

2. ນ້ຳມັນໝາກພ້າວ ພຽງທ່ານແຊ່ຕີນລົງນ້ຳອຸ່ນກ່ອນ ຈາກນັ້ນກໍ່ນວດດ້ວຍນ້ຳມັນໝາກພ້າວ ປະມານ 10 ນາທີ ແລ້ວກ່ອນນອນກໍ່ໃຫ້ໃສ່ຖົງຕີນກ່ອນນອນທຸກຄືນ

3. ກ້ວຍປະສົມນ້ຳມັນໝາກພ້າວ ພຽງບົດກ້ວຍ 1 ໜ່ວຍ ໃຫ້ລະອຽດຈາກນັ້ນກໍ່ນຳມາປະສົມກັບນ້ຳມັນໝາກພ້າວ 2 ບ່ວງ ຈາກນັ້ນກໍ່ນຳມາພອກໄວ້ສົ້ນໜ່ອງປະມານ 20 ນາທີ ໂດຍໃຊ້ຖົງຢາງຫຸ້ມໄວ້ ຈາກນັ້ນຈິ່ງລ້າງອອກ ແລ້ວກໍ່ຕາມດ້ວຍທາໂລຊັ່ນທາຜິວໃສ່

4. ເປືອກໝາກນາວ ແລະ ເກືອຂັດຜິວ ເຮົາຕ້ອງຂັດເຊລຜິວທີ່ຕາຍອອກໃຫ້ໝົດກ່ອນ ຈາກນັ້ນກໍ່ໃຊ້ເກືອຂັດຜິວທາໃສ່ເປືອກໝາກນາວ ແລ້ວຄ່ອຍໆຂັດທີ່ສົ້ນໜ່ອງ ທ່ານຈະສັງເກດເຫັນເຊລຜິວທີ່ຕາຍຄ່ອຍຫຼຸດອອກ ເຮັດເປັນປະຈຳ ແລ້ວສົ້ນໜ່ອງຈະໜຸ້ມຂຶ້ນ

ຫາກໃຜເຮັດມາຫຼາຍວິທີແລ້ວແຕ່ສົ້ນໜ່ອງກໍ່ຍັງມັກແຕກແຫ້ງຄືເກົ່າ ລອງເອົາສີ່ວິທີທີ່ກ່າວມາຂ້າງເທິງນີ້ໄປໃຊ້ເບິ່ງຮັບຮອງວ່າໄດ້ຜົນດີເກີນຄາດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...