Homeຂ່າວພາຍ​ໃນຊອັກ! ດາລາສາວຊື່ດັງແຫ່ງວົງການບອລລີວູ້ດຖືກ 3 ຄົນຮ້າຍລຸມຂົ່ມຂືນດົນເກືອບ 2 ຊົ່ວໂມງ

ຊອັກ! ດາລາສາວຊື່ດັງແຫ່ງວົງການບອລລີວູ້ດຖືກ 3 ຄົນຮ້າຍລຸມຂົ່ມຂືນດົນເກືອບ 2 ຊົ່ວໂມງ

Published on

ຂ່າວບັນເທີງຕ່າງແດນ ມື້ນີ້ແອັດມາຕາມກະແສຂ່າວທີ່ກຳລັງຮືຮາໄປທົ່ວໂລກ ເມື່ອດາລາສາວຄົນດັງແຫ່ງວົງການບອລລີວູ້ດ ຊາວອິນເດຍ ມີນາມວ່າ Bhavana  ຖືກອາດີດຄົນຂັບລົດສ່ວນຕົວ ແລະ ຊາຍໜຸ່ມຮ່າງໃຫຍ່ອີກ 2 ຄົນ ຮ່ວມກັນລຸມຂົ່ມຂືນໃນລົດສ່ວນຕົວຂອງນາງດົນເກືອບ 2 ຊົ່ວໂມງ ໃນຄ່ຳຄືນຂອງວັນສຸກທີ່ຜ່ານມາ

ເບື້ອງຕົ້ນທາງເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຜູ້ຖືກຫາໄດ້ແລ້ວ 3 ຄົນ ແລະ ກຳລັງຕາມລ່າຜູ້ຕ້ອງສົງໃສອີກໜຶ່ງຄົນ ເຊິ່ງເປັນອາດີດຄົນຂັບລົດຂອງດາລາສາວຄົນນີ້

ເຈົ້າໜ້າທີ່ລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນຫຼັງລົດສາມລໍ້ຂອງກຸ່ມຄົນຮ້າຍຂີ່ມາຕຳເອົາລົດຂອງດາລາສາວ ເຮັດໃຫ້ທັງສອງເກີດມີປາກສຽງກັນຂຶ້ນ ຕໍ່ມາຄົນຮ້າຍກໍ່ໃຊ້ຈັງຫວະທີບຸກເຂົ້າໄປໃນລົດ ແລະ ບັງຂັບໃຫ້ຄົນຂັບລົດຂອງນາງຂັບລົດວົນໄປມາໃນເມືອງໃນລະຫວ່າງນັ້ນຊາຍທັງສາມຄົນກໍ່ໄດ້ພັດປ່ຽນກັນຂົ່ມຂືນດາລາສາວຄົນນີ້ພ້ອມຖ່າຍຄລິບໄວ້ດົນເກືບ 2 ຊົ່ວໂມງ ກ່ອນສັ່ງໃຫ້ລົດຢຸດ ແລະ ພາກັນຫຼົບໜີໄປ.
ຂ່າວດັ່ງກ່າວກໍ່ໃຫ່ເກີດການແສຄວາມບໍ່ພໍໃຈລຸກລາມໄປທົ່ວອິນເດຍ ຂະນະທີ່ສະມາຊິກຂອງອຸດສະຫະກຳຮູບເງົາທາງຕອນໃຕ້ຂອງອິນເດຍສ່ວນຫຼາຍອອກມາຍອມຮັບວ່າຮູ້ສຶກຊ໊ອກ ແລະ ບໍ່ຢາກເຊື່ອວ່າມັນຈະເກີດເລື່ອງແບບນີ້ຂຶ້ນໄດ້ ບາງລາຍງານກໍ່ລະບຸວ່າມັນເຖິງເວລາແລ້ວທີ່ຈະຕ້ອງຢຸດຕິການຈູດທຽນເພື່ອສະແດງຄວາມເສຍໃຈ ແຕ່ຕ້ອງກັບມາເຮັດໃຫ້ກົດໝາຍເຂັ້ມແຂງຂຶ້ນ ເພື່ອໃຫ້ໝັ້ນໃຈວ່າບໍ່ມີໃຜທີ່ຈະກ້າລົງມືເຮັດເລື່ອງແບບນີ້ອີກ
ແຫລ່ງຂ່າວຈາກ: ເວັບໄຊ໌ ຂ່າວສົດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...