spot_img
Homeນານາສາລະວິທີແກ້ຕາບວມໄຫ້ຫາຍດີໄວຫຼັງຈາກຮ້ອງໄຫ້ຢ່າງໜັກ

ວິທີແກ້ຕາບວມໄຫ້ຫາຍດີໄວຫຼັງຈາກຮ້ອງໄຫ້ຢ່າງໜັກ

Published on

ເປັນທຳມະດາຫຼັງຈາກຮ້ອງໄຫ້ຢ່າງໜັກແລ້ວຕາຈະບວມແດງຢ່າງເຫັນໄດ້ຊັດເຈນ ຈົນບາງຄົນເສຍຄວາມໝັ້ນໃຈບໍ່ຢາກໃຫ້ໃຜເຫັນໜ້າໃນຕອນນັ້ນພຸ້ນລະ ແລະ ອາການຕາບວມຫຼັງຈາກຮ້ອງໄຫ້ນີ້ມັນກໍ່ບໍ່ແມ່ນວ່າຈະຫາຍດີໄວ ຖ້າຮ້ອງໄຫ້ເລັກໜ້ອຍກໍ່ຄົງໃຊ້ເວລາເກືອບຊົ່ວໂມງຈິ່ງຈະເຊົາ ແຕ່ຖ້າຮ້ອງໄຫ້ຢ່າງໜັກນິກໍ່ຈະໃຊ້ເວລາເກືອບມື້ພຸ້ນລະ ດັ່ງນັ້ນມື້ນີ້ແອັດກໍ່ເລີຍມີເຄັດລັບເຮັດໃຫ້ຕາບວມຈາກການຮ້ອງໄຫ້ເຊົາໄວມາຝາກຜູ້ອ່ານທຸກຄົນ ເຊິ່ງຈະເຮັດແນວໃດເຮົາມາຮູ້ຈັກພ້ອມກັນເລີຍ
1. ຖົງຊາທີ່ໃຊ້ແລ້ວ ນຳໄປແຊ່ໄວ້ຕູ້ເຢັນປະມານ ເຄິ່ງຊົ່ວໂມງຈາກນັ້ນກໍ່ນຳມາວາງໄວ້ທີ່ຕາປະໄວ້ປະມານ 30-45 ນາທີ ຄວາມເຢັນຂອງຖົງຊາຈະເຮັດໃຫ້ອາການຕາບວມນັ້ນຫາຍດີໄວຂຶ້ນ
2. ຊອຍໝາກແຕງເປັນປ່ຽງບາງໆຈາກນັ້ນກໍ່ນຳໄປແຊ່ໃນຕູ້ເຢັນ ປະມານ 10 ນາທີ ແລ້ວຈິ່ງຄ່ອຍນຳມາວາງໄວ້ທີ່ຕາປະມານ 20-30 ນາທີກໍ່ຈະຊ່ວຍບັນເທົາອາການຕາບວມໄດ້
3. ບ່ວງກາເຟ ນຳບ່ວງກາເຟໄປແຊ່ໄວ້ຕູ້ເຢັນປະມານ 20-30 ນາທີຈາກນັ້ນກໍ່ນຳມາປະຄົບດວງຕາຮັບຮອງວ່າອາການຕາບວມກໍ່ຈະຄ່ອຍດີຂຶ້ນເຊັ່ນກັນ
4. ເອົານ້ຳກ້ອນມາປະຄົບທີ່ດວງຕາທັງສອງຂ້າງເບົາໆ ຄວາມເຢັນຈະຊ່ວຍໃຫ້ຕາບວມຫາຍດີໄວຂຶ້ນກວ່າເກົ່າ
5. ໄຂ່ຕົ້ມອຸ່ນໆກໍ່ສາມາດຫຼຸດອາການບວມຂອງຕາໄດ້ ພຽງນຳໄຂ່ຕົ້ມອຸ່ນໆນັ້ນມາກິ້ງທີ່ຕາເບົາໆ
5 ວິທີທີ່ກ່າວມາຂ້າງເທິງນີ້ທ່ານກໍ່ລອງເລືອກນຳໄປໃຊ້ວິທີໃດໜຶ່ງໃນຍາມທີ່ຕາຂອງທ່ານບວມແດງເຊິ່ງເກີດຫຼັງຈາກການຮ້ອງໄຫ້ຮັບຮອງວ່າໄດ້ຜົນດັ່ງໃຈ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...