Homeຂ່າວພາຍ​ໃນໄພຄວາມອຶດຫິວຈາກສີມືມະນຸດ

ໄພຄວາມອຶດຫິວຈາກສີມືມະນຸດ

Published on

ເຊົາດານ ຫຼື ຊູດານໃຕ້ ດິນແດນນ້ອຍໆ ທີ່ຕັ້ງຢູ່ທາງຕະເວັນແແກສຍງເໜືອຂອງທະວີບແອຟຣິກາ ເປັນປະເທດນ້ອງໃໝ່ຫຼ້າສຸດຂອງໂລກ ຫຼັງແຍກຕົວອອກຈາກປະເທດ ຊູດານ ໃນປີ 2011

ກວ່າ 4 ປີ ນັກຈາກໄດ້ປົກຄອງຕົນເອງ ຊູດານໃຕ້ບໍ່ພຽງແຕ່ຍັງບໍ່ທັນມີຄວາມເຂັ້ມແຂງ ແຕ່ຍັງຖືກຊ້ຳເຕີມດ້ວຍສົງຄາມກາງເມືອງໃນປີ 2013 ລັງຈາກປະທານາທິບໍດີ ຊັລວາ ເຄຍຣ໌ ຂອງຊູດານໃຕ້ ກ່າວຫາວ່າ ທ່ານ ຣິດ ມາຊາຣ໌ ຄູ່ປັບທາງການເມືອງພະຍາຍາມຈະໂຄ່ນລົ້ມອານາດຕົນ ຈົນນຳໄປສູ່ການສູ້ຮົບກັນລະຫວ່າງກຸ່ມຊົນເຜົ່າດິງກາທີ່ໃຫ້ການສະໜັບສະໜູນປະທານາທິບໍດີ ເຄຍຣ໌ ກັບຊົນເຜົ່າ ນູເອີຣ ທີ່ສະໜັບສະໜູນທ່ານ ມາຊາຣ໌

ຂໍ້ຕົກລົງສະຫງົບເສິກທັງສອງຝ່າຍໄດ້ມີຂຶ້ນໃນປີ 2015 ແຕ່ກໍ່ຖືກຈີກຖິ້ມ ຫຼັງເກີດການປະທະກັນຂຶ້ນອີກໃນນະ ຄອນຫຼວງ ຈູບາ ເມືອງຫຼວງຂອງຊູດານໃຕ້ ໃນກາງປີ 2016 ກ່ອນການສູ້ຮົບຈະຂະຫຍາຍລຸກລາມໄປເຖິງເຜົ່າອື່ນໆ ແລະ ພື້ນທີ່ອື່ນໆຂອງປະເທດ ທ່າມກາງການສົ່ງສຽງເຕືອນຂອງອົງການສະຫະປະຊາຊາດ (ຢູເອັນ) ເຖິງການກວດລ້າງທາງເຊື້ອຊາດເຜົ່າພັນທີ່ອາດກຳລັງເກີດຂຶ້ນຢູ່ໃນຊູດານໃຕ້

ຫຼ້າສຸດຍັງມີສຽງເຕືອນຈາກທາງຊູດານໃຕ້ ແລະ ໜ່ວຍງານບັນເທົາທຸກຫຼາຍອົງກອນວ່າຫຼາຍພື້ນທີ່ຂອງຊູດານໃຕ້ທີ່ຕົກຢູ່ໃນວົງລ້ອມຂອງສົງຄາມກາງເມືອງມາດົນກວ່າ 3 ປີ ກຳລັງພົບກັບພາວະອຶດຫິວ ຜູ້ທີ່ມີຊີວິດຈຳນວນຫຼາຍກຳລັງຈະອົດຕາຍ

ໂຄງການອາຫານໂລກ (ດັບເບິລຢູເອຟພີ) ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ຢູນິເຊຟ) ແລະ ອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ (ເອຟເອໂອ) ໃຫ້ຂໍ້ມູນທີ່ໄດ້ຈາກການລົງພື້ນທີ່ບອກວ່າ “ມີປະຊົນທີ່ໄດ້ຮັບຜົນກະທົບຈາກພາວະອົດຢາກຂາດແຄນອາຫານໃນຊູດານໃຕ້ທີ່ເປັນຜົນມາຈາກສົງຄາມແລ້ວປະມານ 100,000 ຄົນ ແລະ ອີກປະມານ 1 ລ້ານຄົນ ກໍ່ກຳລັງຈະຕົກຢູ່ໃນພາວະອົດຢາກພາຍໃນບໍ່ພໍເທົ່າເດືອນຕໍ່ໜ້າ ຊູດານໃຕ້ມີປະຊາກອນທັງໝົດ 4.9 ລ້ານຄົນ ໃນຈຳນວນ 42%ຂອງປະຊາກອນທັງປະເທດກຳລັງຕົກຢູ່ໃນພາວະອົດຢາກ ທີ່ອາດນຳໄປສູ່ການເສຍຊີວິດໃນທີ່ສຸດ”

 

ແຫລ່ງຂໍ້ມູນຈາກ: http://www.matichon.co.th/news/472832

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...