Homeຂ່າວຕ່າງປະເທດສະຫະລັດອາເມລິກາຍັງຄົງຮັກສາຕຳແໜ່ງສົ່ງອອກອາວຸດລາຍໃຫຍ່ທີ່ສຸດໃນໂລກ

ສະຫະລັດອາເມລິກາຍັງຄົງຮັກສາຕຳແໜ່ງສົ່ງອອກອາວຸດລາຍໃຫຍ່ທີ່ສຸດໃນໂລກ

Published on

ເມື່ອວັນທີ 20 ກຸມພາ 2017 ສະຖາບັນວິໄຈສັນຕິພາບນານາຊາດ ສະຕັອກໂຮມ (Stockholm International Peace Research Institute : SIPRI) ສະວີເດັນ ລາຍງານວ່າ ການຊື້ຂາຍອາວຸດທົ່ວໂລກໃນຮອບ 5 ປີທີ່ຜ່ານມາ ສະຫະລັດອາເມລິກາຍັງຄົງເປັນຜູ້ສົ່ງອອກອາວຸດລາຍໃຫຍ່ທີ່ສຸດຂອງໂລກ ມີປະລິມານການສົ່ງອອກ 1 ໃນ 3 ຂອງຜູ້ສົ່ງອອກອາວຸດທົ່ວໂລກ

ໂດຍປະລິມານການໂອນຖ່າຍອາວຸດລະຫວ່າງປະເທດໄດ້ເຕີບໃຫຍ່ຂຶ້ນເລື່ອຍໆ ນັບຕັ້ງແຕ່ປີ 2004 ໂດຍລະຫວ່າງໄລຍະປີ 2007-2011 ແລະ 2012-2016 ກໍ່ມີປະລິມານເພິ່ມຂຶ້ນ 8.4%, Aude Fleurant ຫົວໜ້າໂຄງການຄ່າໃຊ້ຈາຍດ້ານອາວຸດ ແລະ ການທະຫານຂອງ SIPRI ເຜີຍວ່າ “ສະຫະລັດອາເມລິກາເຮັດໜ້າທີ່ຈັດຫາອາສຸດໃຫ້ 100 ປະເທດທົ່ວໂລກເປັນຢ່າງຕ່ຳ ເຊິ່ງສະແດງໃຫ້ເຫັນວ່າເປັນຈຳນວນຫຼາຍກວ່າຜູ້ສົ່ງອອກອາວຸດລາຍອື່ນໆທົ່ວໂລກ ອີກທັງອາວຸດສ່ວນຫຼາຍນັ້ນມີລາຄາແພງ ແລະ ມີຄວາມສຳຄັນແບບຍຸດທະຍາດທັງໝົດ”

 

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...