spot_img
Homeຂ່າວພາຍ​ໃນພະຣາຊິນີ ແຫ່ງແບນຊິກ ລົງຢ້ຽມຢາມປະຊາຊົນ 2 ແຂວງພາກໃຕ້ຂອງລາວ

ພະຣາຊິນີ ແຫ່ງແບນຊິກ ລົງຢ້ຽມຢາມປະຊາຊົນ 2 ແຂວງພາກໃຕ້ຂອງລາວ

Published on

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 21 ກຸມພາ 2017 ວ່າ ພະຣາຊິນີ ແຫ່ງປະເທດແບນຊິກ ປະທານກິດຕິມະສັກຄະນະກໍາມະການແຫ່ງຊາດ ສໍາລັບອົງການອຸຍນີເຊັບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍ ນິເຊັບ ໃນໂອກາດນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳພາຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ອິນລາວັນ ແກ້ວ ບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ການພົບປະໃນຄັ້ງນີ້ ທັງສອງຝ່າຍ ແມ່ນໄດ້ປຶກສາ ຫາລືກ່ຽວກັບ ແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊບ ໂດຍສະເພາະການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດ ຖະບານ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ເພື່ອກ້າວໄປສູ່ການຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ.

ນອກຈາກນີ້, ການຢ້ຽມຢາມຂອງພະຣາຊິນີ ມາທິນເດີ ໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດຂອງລາຊະວົງແບນຊິກ. ເຊິ່ງສົມເດັດພະຣາຊິນີ ກໍສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສປປ ລາວ ແລະ ຕີລາຄາສູງ ຕໍ່ກັບການຮ່ວມມື ລະຫວ່າງ ອົງການອຸຍນິເຊບ ແລະ ສປປ ລາວ ຕະ ຫລອດໄລຍະທີຜ່ານມາ, ອົງການອຸຍນິເຊບ ໄດ້ຈັດຕັ້ງປະຕິບັດແຜນງານສົກປີ 2012-2016 ເປັນມູນຄ່າລວມເຖິງ 49 ລ້ານກ່ວາໂດລາສະຫະລັດ ແລະ ສຳລັບສົກປີ 2017-2021 ລວມເປັນມູນຄ່າ 70,5 ລ້ານໂດລາສະຫະລັດ ໂດຍຈະສຸມໃສ່ 7 ແຜນງານໃຫຍ່ ຄື: ການປົກປ້ອງທາງດ້ານສັງຄົມ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ດ້ານນ້ຳສະອາດ, ດ້ານໂພຊະນາການ, ສະຖາບັນການສຶກສາ ແລະ ນະໂຍບາຍ ແລະ ຄວາມຍຸຕິທຳ.

ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພະຣາຊິນີ ມາທິນເດີ ຈະໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມໂຄງການ ທີ່ໄດ້ຈັດຕັ້ງປະຕິບັດ ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊບ ທີ່ແຂວງສາລະວັນ ແລະ ແຂວງ ຈຳປາສັກ ໂດຍການນຳພາຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...