Homeຂ່າວທ້ອງຖິ່ນກະຊວງ ຍທຂ ສຳເລັດການແກ້ໄຂການພິມໃບຂັບຂີ່ ແລະ ທະບຽນພາຫະນະທີ່ຄ້າງຄາມາຫຼາຍປີທົ່ວປະເທດ

ກະຊວງ ຍທຂ ສຳເລັດການແກ້ໄຂການພິມໃບຂັບຂີ່ ແລະ ທະບຽນພາຫະນະທີ່ຄ້າງຄາມາຫຼາຍປີທົ່ວປະເທດ

Published on

ໜັງສືພິມ ເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 20 ກຸມພາ 2017 ວ່າ. ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສຳເລັດການແກ້ໄຂການພິມໃບຂັບຂີ່ ແລະ ທະບຽນພາຫະນະທີ່ຄ້າງຄາມາຫຼາຍປີທົ່ວປະເທດຊຸມປີ 2016 ມີທັງໝົດ 1,790,624 ຄັນ ເຊິ່ງປະກອບປະເພດ ລົດຈັກ, ລົດສາມລໍ້ ຈົດຮອດລົດເມ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປີດເຜີຍວ່າ ຈຳນວນພາຫະນະຂຶ້ນທະບຽນທົ່ວປະເທດມາຮອດທ້າຍປີ 2016 ມີທັງໝົດ 1,790,624 ຄັນ, ສະເພາະປີ 2016 ມີລົດເພີ່ມຂຶ້ນປະມານ 73,130 ຄັນ.

ທາງ ຍທຂ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໃນການແກ້ໄຂການພິມໃບຂັບຂີ່ ແລະ ທະບຽນພາຫະນະທີ່ຄ້າງມາຫຼາຍປີສຳເລັດໃນຂອບເຂດທົ່ວປະເທດ ແລະ ນຳໃຊ້ລະບົບຄຸ້ມຄອງ ແລະ ພິມໃບທະບຽນ, ໃບຂັບຂີ່ແບບທັນສະໃມໂດຍການນຳໃຊ້ລະບົບຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງ ເປັນຕົວແບບ ແລະ ຂະຫຍາຍໄປສູ່ແຂວງອື່ນໆທົ່ວປະເທດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...