Homeຂ່າວພາຍ​ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ດຶງດູດການລົງທຶນໄດ້ເກືອບ 300 ລ້ານໂດລາສາຫະລັດ ພ້ອມຢືນຢັນບໍ່ໄດ້ອະນຸຍາດໃຫ້ເປີດກິດຈະການກາສິໂນ!

ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ດຶງດູດການລົງທຶນໄດ້ເກືອບ 300 ລ້ານໂດລາສາຫະລັດ ພ້ອມຢືນຢັນບໍ່ໄດ້ອະນຸຍາດໃຫ້ເປີດກິດຈະການກາສິໂນ!

Published on

ຂປລ. ຫວ່າງບໍ່ດົນມານີ້, ທ່ານ ເພັດສາຄອນ ຫລວງອາໄພ, ລັດຖະມົນຕີຊ່ວຍວ່າການປະຈຳຫ້ອງວ່າການລັດຖະບານ

ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້າມຢາມ ແລະ ເຮັດວຽກຢູເຂດເສດຖະກິດພິເສດສະຫວັນ-ເຊໂນ (ຂສສຊ) ແຂວງສະ

ຫວັນນະເຂດ ເຊິ່ງເຂດດັ່ງກ່າວໄດ້ມີຫລາຍບໍລິສັດຈາກຕ່າງປະເທດມາລົງທຶນຫລາຍແຫ່ງ ແລະ ສາມາດດຶງດູດການ

ລົງທຶນໄດ້ 272,000,000 ໂດລາສາຫະລັດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວໄດ້ເກືອບ 1.000 ຕຳແໜ່ງງານ

ແລະ ຍັງມີຫລາຍບໍລິສັດໃຫ້ຄວາມສົນໃຈມາລົງທຶນຕື່ມອີກ.

ຈຸດປະສົງຂອງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ເພື່ອຊຸກຍູ້ ແລະ ຕິດຕາມເບິ່ງສະພາບດຳເນີນກິດຈະການຕົວຈິງ

ຂອງການລົງທຶນໃນ ຂສສຊ ຢູ່ຈຸດຕ່າງໆ ໂດຍສະເພາະການລົງທຶນໂດຍກົງຈາກຕ່າງປະເທດ (Foreign Direct Invest

-ment “FDI”) ທີ່ມີບໍລິສັດເຂົ້າມາລົງທຶນນັບມື້ນັບເພີ່ມຂຶ້ນ ພ້ອມທັງຮັບຟັງການລາຍງານສະພາບການລວມ ຂໍ້ສະດວກ,

ສິ່ງທ້າທາຍ ແລະ ແຜນການຮອງຮັບການດຶງດູດການລົງທຶນໃນອະນາຄົດ. ນອກຈາກນັ້ນ, ຄະນະນຳຈາກຫ້ອງວ່າການ

ລັດຖະບານ ຍັງໄດ້ມີຄວາມສົນໃຈກ່ຽວກັບຫາງສຽງທີ່ວ່າ ເຂດພັດທະນາຈຸດ A ຂອງ ຂສສຊ ຕິດກັບສົ້ນຂົວມິດຕະພາບ

ລາວ-ໄທ ແຫ່ງທີ 2 ທີ່ມີບໍລິສັດ Asean Union Inc ແລະ ບໍລິສັດ Savan City ໄດ້ເຊັນສັນຍາຮ່ວມກັນພັດທະນາໃນຄັ້ງວັນ

ທີ 26 ເດືອນ ມິຖຸນາ ປີ2014 ຜ່ານມານັ້ນ ຈະມີການສ້າງກິດຈະການກາຊີໂນ, ຕໍ່ກໍລະນີດັ່ງກ່າວຜູ້ພັດທະນາເຂດ ແລະ ຫົວ

ໜ້າຄະນະບໍລິຫານ ຂສສຊ ໄດ້ຢັ້ງຢືນວ່າ: ເຂດດັ່ງກ່າວແມ່ນ ບໍ່ໄດ້ອະນຸຍາດໃຫ້ດຳເນີນທຸລະກິດ ກາຊິໂນ ຫລື ການພະນັນ

ອື່ນໆຢ່າງເດັດຂາດ. ສະນັ້ນ, ຕໍ່ກັບການເຜີຍ ແຜ່ຂ່າວສານຂອງສຳນັກຂ່າວຕ່າງປະເທດວ່າ ເຂດຈຸດ A ຂອງ ຂສສຊ

ຈະມີການສ້າງກິດຈະການຕິດພັນກັບກາຊີໂນນັ້ນ ເປັນຂ່າວທີ່ບໍ່ມີມູນຄວາມຈິງ.

ເຂດເສດຖະກິດພິເສດ ສະຫວັນ-ເຊໂນ (ຂສສຊ) ຖືກສ້າງຕັ້ງຂຶ້ນພາຍໃຕ້ແນວຄິດ ແລະ ການສຶກສາຄວາມເປັນໄປໄດ້

ໃນການສ້າງນິຄົມອຸດສາຫະກຳຂອງ ສປປ ລາວ ເພື່ອເປັນຈຸດສຸມທາງເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່

ປະຊາຊົນ ເປັນຖານລາຍຮັບໃຫ້ແກ່ປະເທດ ເຊິ່ງລັດຖະບານ ສປປ ລາວ ໄດ້ຮ່ວມມືກັບ ອົງການ JICA ເລີ່ມຕົ້ນຈາກ

ການສຶກສາຄວາມເປັນໄປໄດ້ຂອງ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ຢູ່ ແຂວງ ສະຫວັນນະເຂດ ໃນ

ທ້າຍປີ 2000 ແລະ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໄດ້ຖືກຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ, ສະບັບ

ເລກທີ 148/ນຍລົງວັນທີ 29 ເດືອນ ກັນຍາ ປີ 2003.

ເຂດເສດຖະກິດພິເສດ ສະຫວັນ-ເຊໂນ (ຂສສຊ) ມີເນື້ອທີ່ທັງໝົດເກືອບ 800 ເຮັກຕາ ແບ່ງອອກເປັນ 4 ເຂດ, ຕັ້ງຢູ່

ສົ້ນຂົວມິດຕະພາບແຫ່ງທີ 2 ແລະ ລຽບຕາມເສັ້ນທາງເລກທີ 9 ແຂວງສະຫວັນນະເຂດ, ຈາກຄວາມພະຍາຍາມໃນການ

ສົ່ງເສີມ ແລະ ດຶງດູດການລົງທຶນເຮັດໃຫ້ໄລຍະ 2-3 ປີຜ່ານມານີ້ ຂສສຊ ໄດ້ກາຍເປັນທີ່ສົນໃຈສູງຈາກຜູ້ລົງທຶນພາຍໃນ

ແລະ ຕ່າງປະເທດ ເຊິ່ງມາເຖິງປັດຈຸບັນ ຂສສຊ ສາມາດດຶງດູດການລົງທຶນລວມເປັນມູນຄ່າ 272,000,000 ໂດລາສາ

ຫະລັດ ໂດຍມີບໍລິສັດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນພາຍໃນເຂດ 57 ບໍລິສັດ ແລະ ໃນນີ້ປະມານ 21 ບໍລິສັດ

ແມ່ນໄດ້ເລີ່ມລົງມືກໍ່ສ້າງ ແລະ ດໍາເນີນການຜະ ລິດຂອງຕົນແລ້ວຈໍານວນໜຶ່ງ, ມາເຖິງປັດຈຸບັນ ສາມາດສົ່ງສິນຄ້າອອກ

ຂາຍຕ່າງປະເທດແລ້ວຫລາຍກວ່າ 50,000,000 ໂດລາສະຫະລັດ ສາມາດສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ

ໄດ້ເກືອບ 1.000 ຕຳແໜ່ງງານ ແລະ ຄາດວ່າຮອດປີ 2017 ຈະມີຄວາມຕ້ອງການແຮງງານເພີ່ມຂຶ້ນເຖິງ 5.000 ຕຳ

ແໜ່ງງານ ໃນຂະແໜງການຜະລິດ, ການຄ້າ ແລະ ບໍລິການເປັນຕົ້ນແມ່ນ: ບໍລິສັດ ນິຄອນລາວ ຈຳກັດ, ທີ່ຜະລິດສິ້ນ

ສ່ວນ ແລະ ອຸປະກອນກ່ຽວກັບກ້ອງຖ່າຍຮູບທຸກຊະນິດເພື່ອສົ່ງອອກ; ບໍລິສັດ ແອໂຣເວີກ (ລາວ) ຈໍາກັດ, ຜະລິດສິ້ນສ່ວນ

ເຄື່ອງບິນ; ບໍລິສັດ ເອັຊຊີລໍລາວ ຈຳກັດ, ຜະລິດເລນແວ່ນຕາ, ຂອບແວ່ນຕາ, ວັດຖຸດິບທຸກຊະນິດກ່ຽວກັບສາຍຕາເພື່ອ

ຈໍາໜ່າຍພາຍໃນ ແລະ ຕ່າງປະເທດ; ບໍລິສັດ ໂຕໂຢຕາ ໂບໂຊກຸ ລາວ ຈຳກັດ, ຜະລິດສິ້ນສ່ວນເພື່ອປະກອບໃນລົດ​ໃຫຍ່

ແລະ ຖ້າຫາກວ່າເຂດດັ່ງກ່າວ ມີການພັດທະນາຕາມແຜນການທີ່ວາງໄວ້ຈະສາມາດສ້າງວຽກ ເຮັດງານທຳໃຫ້ປະຊາຊົນໄດ້

ປະມານ 50,000 ຕໍາແໜ່ງງານ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...