Homeຂ່າວເຫດການທ່ານ ກິແກ້ວ ໄຂຄຳພິທູນ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງຜູ້ແທນພັກກອມມູນິດຈີນ

ທ່ານ ກິແກ້ວ ໄຂຄຳພິທູນ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງຜູ້ແທນພັກກອມມູນິດຈີນ

Published on

ວັນ​ທີ 21 ກຸມພາ 2017 ຜ່ານມາ ທີ່ສຳນັກງານ ​ຄະນະໂຄສະນາອົບຮົມ​ສູນ​ກາງ​ພັກ, ສະຫາຍ ກິ​ແກ້ວ​ ໄຂ​ຄຳ​ພິທູນ,​ ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະໂຄສະນາອົບຮົມ ​ສູນ​ກາງ​ພັກ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ຂອງຄະນະ​​ຜູ້​ແທນ​ ພັກ​ກອມ​ມູນິດ​ຈີນ ນຳ​ໂດຍ ສະຫາຍ ລີ​ຈືຢົງ (LI ZHIYONG), ຮອງ​ຫົວໜ້າ​ຜູ້​ປະຈຳການ ຂອງ​ຄະນະ​ວຽກ​ງານ​ອົງການ​ອ້ອມຂ້າງ ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ພ້ອມ​ດ້ວຍ​ຄະນະ ທີ່​ມາ​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ລະ​ຫວ່າງວັນ​ທີ 21-24 ກຸມພາ 2017 ນີ້.

ສະຫາຍ ກິ​ແກ້ວ ​ໄຂ​ຄຳ​ພິທູ​ນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ການ​ມາ​ຢ້ຽມຢາມ ​ຂອງ ຄະນະ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ ມິດຕະພາບ ​ອັນ​ເປັນ​ມູນ​ເຊື້ອ ​ແລະ​ ການ​ຮ່ວມ​ມື​ ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຮອບດ້ານ ໝັ້ນຄົງຍາວ​ນານ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-​ຈີນ, ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ, ພ້ອມ​ໄດ້​ຕີ​ລາຄາ​ສູງ ​ຕໍ່​ການ​ພົວພັນ​ຮ່ວມ​ມືລະຫວ່າງ ສອງ​ພັກ, ສອງ​ລັດ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ແຈ້ງ​ສະພາບ​ການພົ້ນ​ເດັ່ນ​ ຂອງ ສປປ ລາວ ​ໃຫ້​ຄະນະ​ໄດ້​ຮັບ​ຊາບ,​ ໂດຍ​ສະ​ເພາະ​ແມ່ນ​ຜົນສຳ​ເລັດ ຂອງກອງ​ປະຊຸມ ຄັ້ງ​ທີ X ຂອງ​ ພັກ ສປປ ລາວ, ຜົນສຳ​ເລັດກອງ​ປະຊຸມ​ ສະ​ໄໝ​ສາມັນ ຄັ້ງ​ທີ 2 ຂອງສະພາ​ແຫ່ງ​ຊາດ ສະ​ໄໝ​ທີ 8 ກໍຄື ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ 5 ປີ ຄັ້ງ​ທີ VIII ​ແລະ ການ​ພັດທະນາ​ຊົນນະ​ບົດ​ ຮອບດ້ານ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ນຳ​ເອົາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ ອອກ​ຈາກ​ສະຖານະ​ພາບ​ ດ້ອຍ​ພັດທະນາ​ໃນ ປີ 2020.

ໃນໂອກາດດຽວກັນນີ້, ສະ​ຫາ​ຍ ລີຈືຢົງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່ສະຫາຍ ກິ​ແກ້ວ​ ໄຂ​ຄຳ​ພິທູນ ທີ່​ໃຫ້​ກຽດ​ຕ້ອນຮັບ ​ແລະ ​ແຈ້ງ​ສະພາບ​ການ​ພົ້ນ​ເດັ່ນຂອງ ສປປ ລາວ ຕໍ່​ຄະນະ​ຊາບ, ທ່ານຍັງ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 6 ສະ​ໃໝທີ XVIII ຂອງ ພັກ​ກອມ​ມູນິດ​ຈີນ, ສະພາບ​ການ​ພົ້ນ​ເດັ່ນຂອງ​ການ​ພັດທະນາ​ໃນ ສປ ຈີນ ​ແລະຍັງໄດ້ແຈ້ງກ່ຽວກັບຈຸດປະສົງຂອງການມາຄັ້ງນີ້ ໃຫ້ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຮັບຊາບ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...