Homeໜັງໃໝ່ຮັບສະໝັກນັກສະແດງຊາຍ ຮ່ວມສະແດງໃນຮູບເງົາຊີຣີ້ "ຮັກນີ້ສີບົວ"

ຮັບສະໝັກນັກສະແດງຊາຍ ຮ່ວມສະແດງໃນຮູບເງົາຊີຣີ້ “ຮັກນີ້ສີບົວ”

Published on

ວົງການຮູບເງົາບ້ານເຮົາຕອນນີ້ກຳລັງມີຂ່າວດີ ເມື່ອທາງເຟສບຸກເພສທີ່ມີຊື່ວ່າ MIND MEDIA Company ໄດ້ເປີດໂອກາດດີ ໃຫ້ສຳລັບໄວໝຸ່ມທີມີຄວາມຝັນຢາກເປັນນັກສະແດງ ແລະ ກ້າວເຂົ້າສູ່ວົງການບັນເທິງ ໂດຍຄັ້ງໄດ້ປະກາດຮັບສະໝັກ ນັກສະແດງຊາຍຮ່ວມສະແດງໃນຊີຣີ້ “ຮັກນີ້ ສີບົວ” ຖ້າຊາຍໜຸ່ມຄົນໃດທີ່ຕ້ອງການຢາກເປັນສ່ວນໜຶ່ງໃນຮູບເງົາຊີຣີ້ເລື່ອງນີ້ກໍ່ເຂົ້າສະໝັກຕາມເງື່ອນໄຂລຸ່ມນີ້ເລີຍ

ເງື່ອນໄຂຜູ້ສະໝັກ
– ອາຍຸ 17-21 ປີ
– ມັກຮັກການສະແດງ
– ຖ້າມີພອນສະຫວັນດ້ານການຫລີ້ນດົນຕີ, ຮ້ອງເພງ ຫລື ເຕັ້ນຈະໄດ້ຮັບ ພິຈາລະນາເປັນພິເສດ
– ມີເວລາເຂົ້າຮ່ວມການຝຶກອົບຮົມການສະແດງ ແລະ ຖ່າຍທຳ ເລີ່ມຕັ້ງແຕ່ ກາງເດືອນ 3 ຫາທ້າຍເດືອນ

ຊ່ອງທາງການສະໝັກ
– ສົ່ງຮູບຖ່າຍ ທີ່ບໍ່ຜ່ານແອ໋ບແຕ່ງໜ້າ ພ້ອມຂໍ້ມູນສ່ວນຕົວ
– ຖ່າຍຄລິບແນະນຳຕົນເອງ ແລະ ສະແດງ (ຕົວລະຄອນທີ່ຢາກສະແດງ ຖ້າເລືອກໄດ້) ຄວາມຍາວ 1-2 ນາທີ. ຈາກນັ້ນອັບໂຫລດຂື້ນ Youtube ຫລື Facebook ແລ້ວສົ່ງລິງຄ໌ໃຫ້ທີມງານ ທີ່ onyoursidetheseries@gmail.com ຫລື Inbox
ທີ່ https://www.facebook.com/MindMedia2017/ ຫລື ຈະເຂົ້າມາສະໝັກໂດຍກົງຕາມວັນ ແລະ ເວລາຂ້າງລຸ່ມນີ້.

ມື້ຄັດເລືອກແລະສະຖານທີ່
– ວັນທີ 11 – 12 ມີນາ, 2017, ເລີ່ມຕັ້ງແຕ່ 9:00 ໂມງເຊົ້າ – 17:00 ໂມງແລງ.
– ສະຖານທີ່: ບໍລິສັດ ມາຍດ໌ ມີເດຍ, ບ້ານຄຳຮຸ່ງ, ຖະໜົນ ໂພນຕ້ອງ-ດົງໂດກ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.

ສອບຖາມລາຍລະອຽດເພີ່ມຕື່ມ, ຕິດຕໍ່ 020 9857 5313
ຫລື onyoursidetheseries@gmail.com ຫລື Inbox /react-text https://www.facebook.com/MindMedia2017/

ທີ່ມາ: Mind Media

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...