spot_img
Homeນານາສາລະຄວາມໝາຍຂອງໝາກໄມ້ມົງຄຸນ 9 ຢ່າງ

ຄວາມໝາຍຂອງໝາກໄມ້ມົງຄຸນ 9 ຢ່າງ

Published on

ໝາກໄມ້ທີ່ເຮົາກິນ ແລະ ເຫັນເປັນປະຈຳໝາກໄມ້ບາງຢ່າງເຮົາກໍ່ຮູ້ວ່າເປັນໝາກໄມ້ມົງຄຸນທີ່ສາມາດນຳມາຖວາຍບູຊາ ຫຼື ນຳມາປະກອບໃຊ້ເຂົ້າໃນພິທີການມົງຄຸນຕ່າງໆໄດ້ ແຕ່ຄົນສ່ວນໜ້ອຍຈະຮູ້ຄວາມໝາຍອັນເປັນຄຸນຂອງໝາກໄມ້ເຫຼົ່ານັ້ນ ມື້ນີ້ ແອັດເລີຍ ມີຄວາມໝາຍຂອງໝາກໄມ້ມົງຄຸນ 9 ຢ່າງ ມາຂຽນໃຫ້ທຸກຄົນໄດ້ອ່ານ ໄດ້ຮູ້ໄປນຳກັນ.

  1. ໝາກແອັບເປິ້ນ ມີຄວາມໝາຍວ່າ:​ ເຮັດໃຫ້ສຸຂະພາບແຂງແຮງ ປສະຈາກໂຣກໄພໄຂ້ເຈັບ
  2. ໝາກພິລາ ເຮັດໃຫ້ຄອບຄົວອົບອຸ່ນ ປາສະຈາກຄວາມຂັດແຍ້ງ, ຄວາມວຸ້ນວາຍ
  3. ໝາກລະແຊັງ ເຮັດໃຫ້ການງານຈະເລີນກ້າວໜ້າ
  4. ໝາກນັດ ເຊື່ອກັນວ່າເຮັດໃຫ້ເກີດຄວາມຮອບຮູ້ເບິ່ງການໄກ ບາງຄົນກໍ່ເຊື່ອວ່າ ເຮັດໃຫ້ມີຫຼາຍຊ່ອງທາງໃນການທຳມາຫາກິນ
  5. ໝາກກ້ວຍເຮັດໃຫ້ມີບໍລິວານ ຫຼື ມີລູກສືບຕະກູນ
  6. ໝາສາລີ້ ແມ່ນຈະນຳໂຊກລາບ ແລະ ເລື່ອງດີໆເຂົ້າມາໃຫ້
  7. ໝາກລິນຈີ່ ຈະຊ່ວຍເສີມສິຣິມົງຄຸນໃຫ້ແກ່ຊີວິດ
  8. ໝາກກ້ຽງ ເຮັດໃຫ້ໂຊກດີ ຮັງມີ
  9. ໝາກພັບ ແມ່ນຊ່ວຍສົ່ງເສີມຄວາມໝັ້ນຄົງຂອງຖານະ

ໝາກໄມ້ 9 ຢ່າງທີ່ກ່າວມາຂ້າງເທິງນີ້ລ້ວນແຕ່ແມ່ນໝາກໄມ້ທີ່ເປັນມົງຄຸນ ແລະ ຜູ້ຄົນນິຍົມນຳໄປຖວາຍແກ່ເທບພະຍາດາ ເມື່ອກ່ອນຫາກໃຜບໍ່ເຄີຍຮູ້ຄວາມໝາຍແຕ່ດຽວນີ້ຄິດວ່າຄົງຈະຮູ້ແຈ້ງແລ້ວ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...